​ສະຖານທູ​ດຈີນ​ປະຈຳ​ມຽນມາບໍລິຈາກ​ເງິນ​ໃຫ້​ປະຊາຊົນ​ລັດ​ຄາ​ຊິນ​ມຽນມາ
2018-06-02 16:31:16  cri 
ວັນ​ທີ 1 ມິຖຸນາ​ນີ້, ສະຖານທູດ​ຈີນ​ປະຈຳ​ມຽນມາ​ໄດ້ບໍລິຈາກ​ເງິນ 40 ລ້ານກັຽດ(kyat) (​ເທົ່າ​ກັບ​ປະມານ 1 ​ແສນ 9 ໝື່ນ​ຢວນ) ​ໃຫ້​ຄະນະ​ກຳມະການ​ສັນຕິພາບ​ມຽນມາ ​​ເພື່ອ​ນຳ​ໃຊ້​​ໃນ​ການ​ຊ່ວຍ​ເຫຼືອ​ປະຊາຊົນ​ລັດຄາ​ຊີ​ນພາກ​ເໜືອ​ມຽນມາ​ທີ່​ພັດ​ພາກ​ຈາກ​ບ້ານ​ເກີດ​​ເມືອງ​ນອນຍ້ອນ​ສົງ​ຄາມ.
ທ່ານ​ຮົງ​ລ້ຽງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມາກ່າວ​ວ່າ: ການ​ປະ​ທະ​ກັນ​ປະກອບ​ອາວຸດ​ຄາ​ຊີ​ນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນພັດ​ພາກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຢ່າງ​ຫຼວງ​ຫຼາຍ​, ລັດຖະບານຈີນ ​ແລະ​​ສະຖານທູດ​ຈີນປະຈຳ​ມຽນມາ​ກໍ​ຮູ້ສຶກເສຍ​ໃຈຕໍ່​ເລື່ອງ​ນີ້ ​ແລະຫວັງ​ວ່າ​ເງິນ​ບໍລິຈາກ​ເຫຼົ່າ​ນີ້​ຈະ​ສາມາດ​ຊ່ວຍ​ເຫຼືອ​ປະຊາຊົນ​​ໄດ້​ໃນ​ລະດັບ​ໃດ​ໜຶ່ງ, ​ໃນ​ອະນາຄົດ ຈີນ​ຈະ​ສະ​ໜອງ​ການ​ສະໜັບສະໜູນ ​ແລະ​ການ​ຊ່ວຍ​ເຫຼືອ​ຕື່ມ​ອີກ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ລັດຖະບານ​ມຽນມາ ​ແລະ​ປະຊາຊົນ​ຄາ​ຊີ​ນ. ​ນອກ​ນີ້, ສະຖານທູດ​ຈີນ​ປະຈຳ​ມຽນມາ​ຍັງ​ຈະບໍລິຈາກ​ລົດ​ງວດ​ໜຶ່ງ​ໃຫ້​ມຽນມາ​ຕາມ​ຄວາມ​ຕ້ອງການ​ຂອງ​ຄະນະ​ກຳມະການຕິດຕາມ​ກວດກາການ​ຢຸດຍິງ​ມຽນມາ.
ບົດ​ລາຍ​ງານ​ຂອງ​ອົງການ​ມະນຸດສະທຳ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ຕົ້ນ​ເດືອນ​ເມສາ​ເປັນ​ຕົ້ນ​ມາ, ການ​ປະ​ທະ​ກັນ​ປະກອບ​ອາວຸດ​ລະຫວ່າງ​ທະຫານ​ລັດຖະບານ​ມຽນມາ ​ແລະ​ກຸ່ມປະກອບ​ອາວຸດ​ທ້ອງ​ຖິ່ນ​ໄດ້​ເຮັດ​ໃຫ້​ມີ​ປະຊາຊົນ 7400 ຄົນຢູ່​ຄາ​ຊີ​ນພັດ​ພາກ​ຈາກ​ບ້ານ​ເກີດ​ເມືອງ​ນອນ ​ແລະ​​ກ່ອນໜ້າ​ນີ້​ຢູ່​ບ່ອນ​ນີ້ກໍ​ມີ​ປະຊາຊົນພັດ​ພາກ​ຈາກ​ບ້ານ​ເກີດ 1 ​ແສນຄົນ​​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ