ຈີນ​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປຶກ​ສາ​ຫາ​ລື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ
2018-06-03 14:04:21  cri 
ຕາມ​ຂ່າວສານ​ຊີນ​ຮ​ວາ: ວັນ​ທີ 2-3 ມິ​ຖຸ​ນານີ້,​ຄະ​ນະ​ຜູ້​ແທນ​ຈີນ​ທີ່​ນຳ​ໂດຍ ທ່ານ​ຫຼິວ​ເຮີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ນຳ​ຝ່າຍ​ຈີນ​ຂອງ​ການ​ສົນ​ທະ​ນາ​ດ້າ​ນ​ເສດ​ຖະ​ກິດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ແລະ​ຄະ​ນະ​ຜູ້​ແທນ​ອາ​ເມ​ລິ​ກາ​ທີ່​ນຳ​ໂດຍ​ທ່ານວິ​ຣ​ເບີ ​ໂລ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າອ​າ​ເມ​ລິ​ກາ​ໄດ້​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດຢູ່​ຫໍ​ຮັບ​ແຂກ​ເມືອງ​ຕ້ຽວ​ອີ​ຖາຍ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ໂດຍ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກັນ​ເປັນ​ຢ່າງ​ດີ​ໃນ​ຂົງ​ເຂດ​ກະ​ສິ​ກຳ ພະ​ລັງ​ງານ​ແລະ​ຂົງ​ເຂດ​ອື່ນໆ ເພື່ອ​ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ສອງ​ປະ​ເທດ​ບັນ​ລຸ​ໄວ້ຢູ່​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ, ອັນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ລະ​ອຽດ​ທີ່ດີ, ກ່ຽວ​ກັບ​ຂໍ້​ລະ​ອຽດ​ຕ່າງໆ​ຍັງ​ຕ້ອງ​ການ​ໃຫ້​ທັງ​ສອງ​ຝ່າຍ​ຮ່ວມ​ກັນ​ຕົກ​ລົງ​ກັນ​ຕື່ມ​ອີກ.

ທ່າ​ທີ​ຂອງ​ຈີນ​ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຕະ​ຫຼອດ​ມາ ຄື ​ເພື່ອຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ເພື່ອ​ໃຫ້ມີ​ຊີ​ວິດ​ອັນ​ດີ​ງາມ, ຕອບສະ​ໜອງ​ຄວາມ​ຕ້ອງ​ກາ​ນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ຈີນ​ຍິນ​ດີ​ເພີ່ມ​ການ​ຄ້າ​ຂາ​ເຂົ້າ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ ເຊິ່ງ​ລວມ​ທັງ​ອາ​ເມ​ລິ​ກາ, ເຮັດ​ແນວ​ນີ້​ມີ​ຜົນ​ດີ​ຕໍ່​ປະ​ຊາ​ຊົນ​ສອງ​ປະ​ເທດ ກໍ່​ຄື​ຕໍ່​ທົ່ວ​ໂລກ. ການ​ປະ​ຕິ​ຮູບ ໄຂ​ປະ​ຕູ​ສູ່​ພາຍນອກ ແລະ​ເພີ່ມ​ຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ​ແມ່ນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ຈີນ ທີ່​ເປັນ​ແຜນ​ການ​ພັດ​ທ​ະ​ນາ​ໂດຍກຳ​ນົດ​ອອກ​ທີ່​ບໍ່​ມີ​ການ​ປ່ຽນ​ແປງ.

ໝາກ​ຜົນ​ທີ່​ສອງ​ຝ່າຍ​ຈີນ-ອາ​ເມ​ລິ​ບັນ​ລຸ​ນັ້ນ ຄວນ​​ຢູ່​ບົນພື້ນ​ຖານ​ທີ່​ວ່າ​ທັງ​ສອງ​ຝ່າຍ​ກ້າວ​ໜ້າ​ໄປ​ໜ້າ​ຕາມ​ທິດ​ດຽວ​ກັນ ແລະ​ບໍ່​ສູ້​ກັນ​ດ້ານ​ການ​ຄ້າ. ຖ້າ​ວ່າ​ອາ​ເມ​ລິ​ກາ​ວາງ​ນະ​ໂຍ​ບາຍ​ລົງ​ໂທດ​ການ​ຄ້າ​ເຊັ່ນ​ການ​ເພີ່ມ​ການ​ເກັບ​ພາ​ສີ​ແລະ​ອື່ນໆ​ຂຶ້ນ,ໝາກ​ຜົນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທັງ​ໝົດ​ທີ່​ບັນ​ລຸ​ໄວ້​ໃນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ​ນັ້ນ​ກໍ່​ຈະ​ບໍ່​ສາ​ມາດ​ບັງ​ເກີດ​ຜົນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ