ເປີດ​ງານ​ເທດ​ສະ​ການ​ໄທ​ຢູ່ນະ​ຄອນ​ເສິງ​ຕູ່​ປະ​ຈຳ​ປີ2018
2018-06-04 10:42:12  cri 
ຂ່າວ​ສ​ານ​ຈີນ​ລາຍ​ງານ​ວ່າ: ງານ​ເທດ​ສະ​ການ​ໄທ​​ຢູ່ນະ​ຄອນ​​ເຊິງ​ຕູ່​ປະ​ຈຳ​ປີ2018 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ເຊິງ​ຕູ່ ແຂວງ​ເສ​ສວນ ສ​ປ ຈີນ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ນີ້​ແລະ​ຈະ​ດຳ​ເນີນ​ໄປ​ຈົນ​ເຖິງວັນ​ທີ 5 ເດືອນ​ດຽວ​ກັນ.

ນັບ​ແຕ່​ສະ​ຖານ​ກົງ​ສຸນ​ໃຫຍ່​ລາ​ຊະ​ອ​າ​ນາ​ຈັກ​ໄທ​ປະ​ຈຳ​​ເຊິງ​ຕູ່​ສ້າງ​ຕັ້​ງ​ຂຶ້ນ​ເມື່ອ​ປີ 2005 ເປັນ​ຕົ້ນ​ມາ, ແຕ່​ລະ​ປີ​ກໍ​ໄດ້​ຈັດ​ງານ​ເທດ​ສະ​ການ​ໄທ​ຢູ່​ນະ​ຄອນ​​ເຊິງ​ຕູ່ ເພື່ອ​ເຜີຍ​ແຜ່​ໂຄ​ສະ​ນາ​ສິນ​ຄ້າ​ໄທ, ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ແລະ​ການ​ແລກ​ປ່ຽນ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງວິ​ສາ​ຫະ​ກິດ​ສອງ​ຝ່າຍ ທັງ​ເນັ້ນ​ການ​ວາງ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​, ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ແລະ​ອື່ນໆ​ຂອງ​ໄທ. ສຳ​ລັບ​ງານ​ເທດ​ສະ​ການ​ຄັ້ງ​ນີ້​ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ,ອົງ​ການ​ຈັດ​ຕັ້ງ 71 ແຫ່ງ​ຂອງ​ໄທ​ມາ​ຮ່ວມ​ງານ​ໂດຍ​ໄດ້​ນຳ​ເອົາ​ສິນ​ຄ້າ​ປະ​ເພດ​ຕ່າງໆ​ມາ​ວາງ​ສະ​ແດງ​ເປັນ​ຈຳ​ນວນຫຼາຍ​ເປັນ​ຕົ້ນ​ແມ່ນ:ອາ​ຫານ, ໝາກ​ໄມ້​ແຫ້ງ,ເຄື່ອງ​ປຸງ​ລົດ,ຢາ​ບຳ​ລຸງ​ສຸ​ຂະ​ພາບ,ຜະ​ລິດ​ຕະ​ພັນ​ໄມ້,ເຄື່ອງ​ຫັດ​ຖະ​ກຳ, ຜະ​ລິດ​ຕະ​ພັນ​ບຳ​ລຸງ​ຜິວ SPA ແລະ​ອື່ນໆ.

ຂ່າວ​ແຈ້ງວ່າ:​ໃນ​ງານ​ເທດ​ສະ​ການ​ຄັ້ງ​ນີ້, ຊາວ​ເມືອງ​ເຊິງ​ຕູ່​ຍັງ​ສາ​ມາດ​ສຳ​ຜັດ​ຕົວ​ຈິງ​ກັບ​ການນວດ​ແຜນ​ບູ​ຮານ​ແບບ​ໄທ, ຊົມ​ການ​ສະ​ແດງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ຄະ​ນະ​ສິ​ລະ​ປະ​ໄທໃນ​ງານ​ອີ​ກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ