ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ສະ​ຫງົບລົງ​ຈະ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ
2018-06-04 14:37:24  cri 

ທ່ານຣາຊິດ ອາລີ​ມົຟ ​ເລຂາທິການ​ໃຫຍ່​ອົງການ​ຮ່ວມ​ມື​ຊຽງ​ໄຮ ກ່າວ​ຢູ່​ນະຄອນຫຼວງປັກ​ກິ່ງ ສປ ຈີນ​ໃນ​ວັນ​ທີ 3 ມິຖຸນາ​ນີ້​ວ່າ: ຫຼັງຈາກ​ຈີນ​ແລະ​ປະ​ເທດ​​ໃນອາ​ຊຽນພະຍາຍາມ​ຮ່ວມ​ກັນ, ສະຖານະ​ການ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ໄດ້​ຜ່ອນ​ຄ່າ​ຍລົງ​ເປັນ​ກ້າວໆ ​ເຊິ່ງສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຝ່າຍ.

ທ່ານ​ອາລີ​ມົຟ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ຈີນ ​ແລະ ປະ​ເທດ​ໃນ​ອາ​ຊຽນ​ໄດ້​ຮັກສາ​ການ​ພົວພັນ​ຢ່າງ​ສະໜິດແໜ້ນ​​ແລະ​ຕັ້ງໜ້າ, ຈັດຕັ້ງປະຕິບັດ "ຖະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງຮອບດ້ານ​ແລະ​ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ​ແລະການ​ຮ່ວມ​ມື​​ທາງ​ທະ​ເລ ​ແລະ​ ຕັ້ງໜ້າຊຸກຍູ້​ການ​ປຶກສາ​ຫາລື "ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້" ຫຼື COC.ທ່ານ​ອາລີ​ມົຟ ຊີ້​​ໃຫ້​ເຫັນວ່າ: ປີ 2016, ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ ​ໄດ້​ຊີ້​ແຈງຫຼັກໝັ້ນຂອງ​ຕົນ​ໂດຍ​ສະ​ເພາະຕໍ່ບັນຫາ​ທະ​ເລ​ຈີນ​ໃຕ້ ​ໃນກອງ​ປະຊຸມ​ສຸດ​ຍອດ​ຕັສ​ເກັນ ​ໂດຍ​ບັນດາປະ​ເທດ​ສະມາຊິກຮັບຮອງ​ວ່າ ຄວນ​ຮັກສາ​ຫຼັກການ​ກົດໝາຍ​ທາງ​ທະ​ເລ​ບົນ​ພື້ນຖານຫຼັກການ​ກົດໝາຍ​ສາກົນ ລວມທັງ "ສົນທິສັນຍາອົງການ​ສະຫະ​ປ​ະຊາ​ຊາດ​ວ່າ​ດ້ວຍ​ກົດ​ໝາຍ​ທະ​ເລ"; ຄວາມ​ຂັດ​ແຍ້​ງຕ່າງໆ​ຄວນ​ໃຫ້ຝ່າຍ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ ​ໂດຍ​ຜ່ານ​ການ​ເຈລະຈາ ​ແລະ​ປຶກສາ​ຫາລື​ຢ່າງ​ມີ​ໄມຕີ​ຈິດ ​ແລະ ຄັດຄ້ານ​ການ​ຫັນ​ບັນຫາ​ດັ່ງກ່າວ​ໃຫ້​ເປັນ​ບັນຫາ​ສາກົນ, ຄັດຄ້ານ​ອິດ​ທິກຳລັງ​ພາຍ​ນອກ​ເຂົ້າ​ແຊກ​ແຊງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ