ແຂວງ​ຫູ​ໜານ ສປ ຈີນ​ແລະ​ລາວ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ
2018-06-04 16:44:33  cri 

ທ່ານ​ຕູ້​ເຈ່ຍ​ຫາວ ​ເລຂາ​ຄະນະ​ພັກ ທັງ​ເປັນປະທານ​ສະພາ​ປະຊາຊົນ​ແຂວງ​ຫູ​ໜານ ​ແລະ ທ່ານ​ສີ​ຕາ​ເຈີ ຮອງ​ເລຂາ​ຄະນະ​ພັກ ທັງ​ເປັນ​ເຈົ້າ​ແຂວງ​​ແຂວງ​ຫູ​ໜານ ​ສປ ຈີນໄດ້​ເຂົ້າຢ້ຽມ​ຄຳນັບ​ທ່ານ​ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ​ ຢູ່​ນະຄອນ​ສາງ​ຊ່າ ​​ເທດສະບານແຂວງ​ດັ່ງກ່າວ ​ໃນຕອນ​ຄ່ຳ​ວັນ​ທີ 1 ມິຖຸນາ​ນີ້ ​ແລະ ​ພ້ອມ​ກັນເຂົ້າຮ່ວມ​ພິທີ​ເປີດກິດຈະກຳ "ນັກ​ທ່ອງ​ທ່ຽວ​ພັນ​ຄົນ​ທ່ຽວ​ລາວ" ​ແຂວງ​ຫູ​ໜານ ທ່ານ​ຊົ້ງທ່າວ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກໍ​ໄດ້​ເຂົ້າຮ່ວມ​ພິທີ​ດັ່ງກ່າວ​ເຊັ່ນ​ດຽວ​ກັນ.

ທ່ານ​ສີ​ຕາ​ເຈີ ​ເຈົ້າ​ແຂວງ​ແຂວງ​ຫູ​ໜານ ​ໄດ້​ກ່າວ​ເນັ້ນ​ວ່າ: ​ແຂວງ​ຕົນ​ຈະຕັ້ງໜ້າ​ດຳ​ເນີນ​ກິດຈະກຳວັດທະນະທຳ, ທ່ອງ​ທ່ຽວ ​ແລະ​ການ​ແລກປ່ຽນ-ຮ່ວມ​ມື​ຕ່າງໆ​ໃນ​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ", ລົງ​ເລິກ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ກັບ​ລາວ ​ແລະ​ປະກອບສ່ວນອັນ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ການໄປມາຫາສູ່​ກັນລະຫວ່າງ​ເມືອງ​ແຮກສ່ຽວ, ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ, ການ​ພັດທະນາ​ອຸດສາຫະກຳ ​ແລະ ການ​ແລກປ່ຽນ​ວັດທະນະທຳ ​ກໍ​ຄື ຮັດ​ແໜ້ນ​​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຈີນ-ລາວ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ ​ໂດຍ​ການ​ຊຸກຍູ້​ຈາກ​ຂໍ້ລິ​ເລີ່​ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ແລະ​ຍຸດ​ທະ​ສາດ​ການ​ຊຸກ​ດັນ​ການ​ເປີດ​ປະຕູ​ແລະພັດທະນາ​ກ້າວ​ກະ​ໂດດດ້ວຍ​ການ​ປະດິດ​ສ້າງ​ໃໝ່​ຂອງ​ແຂວງ​ຫູ​ໜານ, ການ​ຮ່ວມ​ມື​ລະຫວ່າງ​ແຂວງ​ດັ່ງກ່າວ​ກັບ​ລາວ​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ຄຽງ​ຄູ່​ກັບ​ການ​ເປີດບໍລິການ​ເສັ້ນທາງ​ການບິນ​ໂດຍ​ກົງ​ລະຫວ່າງ​ນະຄອນ​ສາງ​ຊ່າ-ນະຄອນຫຼວງວຽງ​ຈັນ ​ແລະ​ການ​ສ້າງຕັ້ງສະຖານ​ກົງສຸນ​ໃຫຍ່ ສປປ ລາວ​ປະຈຳ​ນະຄອນ​ສາງ​ຊ່າ ​ພ້ອມ​ດ້ວຍ​ເສັ້ນທາງ​ການບິນ​ໂດຍ​ກົງ​ລະຫວ່າງ​ນະຄອນ​ສາງ​ຊ່າ-ຫຼວງພະ​ບາງ ຈະ​ເປີດ​ບໍລິການ​ພາຍ​ໃນ​ປີ​ນີ້ ການ​ໄປມາຫາສູ່​ລະຫວ່າງ​ປະຊາຊົນ​​ແຂວງ​ຫູ​ໜານ​ແລະ​ລາວຈະ​ສະດວກ​ຍິ່ງ​ຂຶ້ນ ການ​ແລກປ່ຽນ​​ແລະ​ຮ່ວມ​ມື​ດ້ານວັດທະນະທຳ​ກໍ​ຈະ​ສະໜິດ​ແໜ້ນກວ່າ​ເກົ່າ​ເຊັ່ນດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ