ການ​ແຂ່ງ​ຂັນ "ຂົວ​ພາ​ສາ​ຈີນ" 2018 ຢູ່​ນະ​ຄອນ​ຢາງ​ກຸ້ງ​ປະ​ເທດ​ມຽນ​ມາ​ຮອບ​ຊີງ​ຊະ​ນະ​ເລີດ​ໄດ້​ສິ້ນ​ສຸດ​ລົງ
2018-06-04 10:57:56  cri 
ການ​ແຂ່ງ​ຂັນ "ຂົວ​ພາ​ສາ​ຈີນ" ໂລກ ປີ 2018 ຈຸ​ນັກ​ສຶກ​ສາ ແລະ ຈຸ​ນັກ​ຮຽນ​ມັດ​ທະ​ຍົມຢູ່​ນະ​ຄອນ​ຢາງ​ກຸ້ງ​ປະ​ເທດ​ມຽນ​ມາ​​ໃນຮອບ​ຊີງ​ຊະ​ນະ​ເລີດ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ນີ້.

ໃນ​ການ​ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ວັດ​ທະ​ນະ​ທຳ​ຈີນ​ນະ​ຄອນ​ຢາງ​ກຸ້ງໃນ​ວັນ​ທີ 3 ມິ​ຖຸ​ນາ​ນີ້, ​ນັກ​ຮຽນ​ນັກ​ສຶກ​ສາ 12 ຄົນ​​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃນ 3 ຮອບ ຄື: ຖາມ​ຕອບ​ຄວາມ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຈີນ, ກ່າວ​ປາ​ໄສ ແລະ ການ​ສະ​ແດງ​ສິ​ລະ​ປະ​ຈີນ.

ຂ່າວ​ແຈ້ງວ່າ, ​ຜູ້​ຊະ​ນະ​ຈຸ​ນັກ​ສຶກ​ສາ​ນະ​ຄອນ​ຢາງ​ກຸ້ງ ແລະ ຜູ້​ຊະ​ນະຈຸ​ນັກ​ສຶກ​ສາ​ເຂດ​ມັນ​ດາ​ເລ​ຈະ​ຕາງ​ໜ້າ​ມຽນ​ມາ​ໄປ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ​ຢູ່​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ