ອາ​ເມ​​ຣິ​ກາ​ຈະ​ບໍ່​ຖອນ​ທະ​ຫານ​ອອກ​ຈາກ​ແຫຼ​ມ​ເກົາຫຼີ​ໃນ​ໄວໆ​ນີ້
2018-06-04 16:23:03  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 3 ມິ​ຖຸ​ນາ​ນີ້, ທ່ານ​ເຈມ​ສ໌ ມາ​ຕິ​ສ໌ ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​​​ຣິ​ກາ​ໄດ້​ເປີດ​ເຜີຍ​ຕໍ່​ສື່ມວນ​ຊົນ​ໃນ​ຖ້​ຽວ​ບິນຈາກ​ສິງ​ກະ​ໂປ​ກັບ​ຄືນ​ນະ​ຄອນຫຼວງວໍ​ຊິງ​ຕັນ​ວ່າ, ອາ​ເມ​​​ຣິ​ກາ​ຈະ​ບໍ່​ຖອນ​ທະ​ຫານ​ອອກ​ຈາກ​ແຫຼ​ມ​ເກົາຫຼີ​ໃນ​ໄວໆ​ນີ້.

ອີງ​ຕາມ​ການ​ບັນ​ທຶກ​ການ​ສົນ​ທະ​ນາ​ລະ​ຫວ່າງ​ທ່ານ​ມາ​ຕິ​ສ໌​ກັບ​ສື່ມວນ​ຊົນ​ຂອງ​ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​​​ຣິ​ກາ, ທ່ານ​ມາ​ຕິ​ສ໌​ກ່າວ​ວ່າ, ການ​ຖອນ​ທະ​ຫານ​ບໍ່​ຢູ່​ໃນ​ຂອບ​ເຂດ​ປຶກ​ສາ​ຫາ​ລື​ຂອງ​ພວກ​ເຮົາ, ​ຈາກ​ນີ້​ໄປ 5 ປີ ຫຼື 10 ປີ, ອາ​ເມ​​ຣິ​ກາ ແລະ ສ. ເກົາຫຼີ​ອາດ​ຈະ​ພິ​ຈາ​ລະ​ນາ​ບັນ​ຫາ​ດັ່ງ​ກ່າວ​ຄືນ​ໃໝ່.

ວັນ​ທີ 2 ພຶດ​ສະ​ພາ​ຜ່ານ​ມາ​ນີ້, ທ່ານ​ກິມ​ຢຸຍ​ກຽມ ໂຄ​ສົກ​ທຳ​ນຽບ​ຊົງ​ວາ​ເດ ສ.ເກົາຫຼີ​ເປີດ​ເຜີຍ​ວ່າ, ໂດຍ​ແນ​ໃສ່​ຄວາມ​ເວົ້າ​ຂອງ​ທ່ານ​ມູນ​ຈຸງ​ອິນ ຜູ້​ຊ່ວຍ​ພິ​ເສດ​​ດ້ານການ​ຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງປະ​ທາ​ນາ​ທິ​ບໍ​ດີ ກ່ຽວ​ກັບ "ການ​ລົງ​ນາມ​ໃນ​ສັນ​ຍາ​ສັນ​ຕິ​ພາບ​ແຫຼມ​ເກົາຫຼີ​ຄວນ​ພິ​ຈາ​ລະ​ນາ​ຖອນ​ທະ​ຫານ​ອາ​ເມ​​​ຣິ​ກາ​ອອກ​ຈາກ​ແຫຼມ​ເກົາຫຼີ", ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ​ກ່າວ​ຢ່າງ​ຈະ​ແຈ້ງວ່າ, ກອງ​ທະ​ຫານ​ອາ​ເມ​​​ຣິ​ກາ​ປະ​ຈຳ ສ.ເກົາຫຼີ​ເປັນ​ບັນ​ຫາ​ກ່ຽວ​ກັບ​ພັນ​ທະ​ມິດ​ສ.ເກົາຫຼີ​ກັບ​ອາ​ເມ​ລິ​ກາ ແລະ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສັນ​ຍາ​ສັນ​ຕິ​ພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ