ກິດ​ຈະ​ກຳ​ໄປ​ເອົາ​ຂ່າວ​ຢູ່​ແຂວງ​ອ່ານ​ຮຸ່ຍ​ຂອງນັກ​ຂ່າວ 10 ປະ​ເທດ​ອາ​ຊຽນ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ
2018-06-04 17:21:09  cri 
ກິດ​ຈະ​ກຳ​ໄປ​ເອົາ​ຂ່າວ​ຢູ່​ແຂວງ​ອ່ານ​ຮຸ່ຍ​ຂອງນັກ​ຂ່າວ 10 ປະ​ເທດ​ອາ​ຊຽນ​ ກໍ​ຄື​ນັກ​ຂ່າວ​ຂອງ​ສື່ມວນ​ຊົນ​ສູນ​ກາງ​ສຳ​ຄັນ​ຂອງ​ຈີນໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ​ໃນ​ວັນ​ທີ 2 ມິ​ຖຸ​ນາ​ນີ້.

ຕະຫຼອດ​ໄລ​ຍະ​ເກັບ​ກຳ​ຂ່າວ​​ເປັນ​ເວ​ລາ 6 ວັນ, ນັກ​ຂ່າວເກືອບ 40 ຄົນຈາກ​ສື່ມ​ວນ​ຊົນ 10 ປະ​ເທດ​ອາ​ຊຽນ ແລະ ​ນັກ​ຂ່າວ​ຈາກສື່​ມວນ​ຊົນ​ສູນ​ກາງ​ສຳ​ຄັນ​ຂອງ​ຈີນ ເຊັ່ນ:​ ວິ​ທະ​ຍຸ CRI, ​ໜັງ​ສື​ພິມ CHINADAILY ແລະ​ອື່​ນໆ​ໄດ້​ໄປ​ເອົາ​ຂ່າວ​ຢູ່ 6 ຕົວ​ເມືອງ​ໃຫຍ່​ຂອງ​ແຂວງ​ອ່ານ​ຮຸຍ ໂດຍ​ໄດ້​ເນັ້ນ​ໃສ່​ເກັບ​ກຳ​ຂ່າວ​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ​ແຂວງ​ອ່ານ​ຮຸຍ, ການ​ເກັບ​ກຳຂ່າວ​ຢູ່ກອງ​ປະ​ຊຸມ​ຜະ​ລິດ​ຕະ​ພັນ​ໂລກ​ປີ 2018 ແລະ ເຂດ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໄຮ​ເທັກ​ຮ​ວາຍ​ໜານ, ໄປ​ເກັບ​ກຳ​ຂ່າວ​ຢູ່​ວິ​ສາ​ຫະ​ກິດ​ເກືອບ 20 ແຫ່ງ, ພ້ອມ​ທັງ​ໄປ​ທັດ​ສະ​ນະ​ສຶກ​ສາ ແລະ ລາຍ​ງານ​ຂ່າວ​​ໃນຂະ​ແໜງ​ການ​ໄຮ​ເທັກ, ຂະ​ແໜງ​ການ​ບິກ​ດາ​ຕ້າ, ຂະ​ແໜງ​ການ​ຜະ​ລິດ, ການ​​ບຳ​ບັດມົນ​ລະ​ພິດ ແລະ ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ