ຂະ​ແໜງ​ການ​ທ່ອງ​ທ່ຽວ​ສ້າງວຽກ​ເຮັດ​ງານ​ທຳ​ຢ່າງຫຼວງຫຼາຍ​ໃຫ້​ປະ​ຊາ​ຊົນ​ລາວ
2018-06-05 11:12:16  cri 
ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສະ​ບັບ​ວັນ​ທີ 30 ມິ​ຖຸ​ນານີ້​ລາຍ​ງານ​ວ່າ:​ຂະ​ແໜງ​ການ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ເລັ່ງ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ລາວ​ຂະ​ຫຍາຍ​ຕົວ​ໄວ​ຂຶ້ນ​ເທົ່າ​ນັ້ນ ທັງ​ໄດ້​ສ້າງ​​ວຽກ​ເຮັດ​ງານ​ທຳ​ຢ່າງຫຼວງຫຼາຍ​ໃຫ້​ແກ່​ປະ​ຊາ​ຊົນ​ອີ​ກ​ດ້ວຍ. ປີ 2018 ນີ້, ຂະ​ແໜງ​ການ​ທ່ອງ​ທ່ຽວ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ114.000 ຕຳ​ແໜ່ງ​, ຄາດ​ວ່າ​ຮອດ​ປີ2028ຈະ​ສາ​ມາດ​ສ້າງວຽກ​ເຮັດ​ງານ​ທຳ​ໄດ້ 121.000 ຕຳ​ແໜ່ງ, ຂະ​ນະ​ດຽວ​ກັນ, ການ​ພັດ​ທະ​ນາ​ດ້ານ​ການ​ທ່ອງ​ທ່ຽວ​ກໍ​ໄດ້​ຊຸກ​ຍູ້​ໃຫ້​ພື້ນ​ຖານ​ໂຄງ​ລ່າງ​ແລະ​ການ​ບໍ​ລິ​ການ​ກ່ຽວ​ຂ້ອງ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ເຊິ່ງ​ລວມ​ທັງ​ທາງຫຼວງ,ໂຮງ​ແຮມ,ຮ້ານ​ອາ​ຫານ​,ສະ​ໜາມ​ບິນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ