ອາ​ເມຣິກາ​ເປີດ​ເຜີຍ​ວັນ​ເວ​ລາ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ລິ​ກາ-ສ​ປ​ປ​ເກົາຫຼີ
2018-06-05 16:24:30  cri 

ທຳ​ນຽບ​ຂາວ​ອາ​ເມ​​ຣິກາ​ເປີດ​ເຜີຍ​ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້​ວ່າ: ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​​ຣິກາ-ສ​ປ​ປ​ເກົາຫຼີ​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ໃນ​ເວ​ລາ 9 ໂມງ​ຂອງວັນ​ທີ 12 ມິ​ຖຸ​ນາ​ນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ.

ທ່ານ​ນາງ​ຊາ​ຣາ ແຊນ​ເດີ​ສ ໂຄ​ສົກ​ທຳ​ນຽບ​ຂາວ​ອາ​ເມ​ຣິກາ​ໄດ້​ເປີດ​ເຜີຍ​ຂ່າວ​ນີ້​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 4 ມິ​ຖຸ​ນາ​ນີ້​ວ່າ: ​ການ​ພົບ​ປະ​ລະ​ຫວ່າງທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​​ຣິກາ​ແລະ​ທ່ານ​ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ​ຂອງ ສ​ປປ ເກົາຫຼີ​​ຕາມ​ກຳ​ນົດ​ຈະ​ດຳ​ເນີນ​ຂຶ້ນ​ໃນ​ເວ​ລາ 9 ໂມງ​ຂອງວັນ​ທີ 12 ມິ​ຖຸ​ນາ​ນີ້,ແຕ່​ກໍ​ຍັງ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ມີ​ການ​ປັບ​​ປ່ຽນ.

ຂະ​ນະ​ດຽວ​ກັນ, ທ່ານ​ນາງ​ແຊນ​ເດີ​ສ​ຍັງ​ເປີດ​ເຜີຍ​ຕື່​ມ​ວ່າ: ປັດ​ຈຸ​ບັນ, ຄະ​ນະ​ຜູ້​ແທນ​ອາ​ເມ​ຣິກາ​ກຳ​ລັງ​ປຶກ​ສາ​ຫາ​ລື​ທາງ​ການ​ທູດ​ກັບ​ສ​ປ​ປ ເກົາຫຼີ​ຢູ່​ເຂດ​ປອດ​ທະ​ຫານ​ສ​ປ​ປ ເກົາຫຼີ-ສ ເກົາຫຼີ ແລະ​ສອງ​ຝ່າຍ​ໄດ້​ຫາ​ລື​ຢ່າງ​ຕັ້ງ​ໜ້າ​ໂດຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ຄວາມ​ໝາຍ. ນອກ​ນີ້, ​ຍັງ​ມີ​ອີກຄະ​ນະໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ກຳ​ລັງ​ຮ່ວມ​ກັບ​ຝ່າຍ​ສປ​ປ ເກົາຫຼີ​​ໄດ້​ກະ​ກຽມ​ພະ​ລາ​ທິ​ການ​ເພື່ອ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ​ຢູ່​ສິງ​ກະ​ໂປ,ປັດ​ຈຸ​ບັນ, ວຽກ​ງານ​ນີ້​ກໍ​ໄດ້​ດຳ​ເນີນ​ໄປ​ເຖິງ​ໄລ​ຍະ​ສຸດ​ທ້າຍ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ