ປະທານາທິບໍດີຣັດ​ເຊຍ​ລົງ​ນາມ​ໃນ​ກົດໝາຍ​ຕ້ານ​ການ​ຂວ້ຳ​ບາດ​ຂອງ​ອາ​ເມ​ລິ​ກາ
2018-06-05 14:42:54  cri 

ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ ​​ລົງ​ນາມ​ໃນ​​ກົດໝາຍ​ໃນ​ວັນ​ທີ 4 ມິຖຸນາ​ນີ້ ​ເພື່ອ​ຕ້ານ​ກັບ​ມາດຕະການ​ຂວ້ຳ​ບາດຕໍ່ຣັດ​ເຊຍ​ຂອງ​ອາ​ເມ​ລິ​ກາ ​ແລະ​ປະ​ເທດ​ອື່ນໆ.
​ໃນ​ເອກະສານ​ໄດ້​ລະບຸ​ວ່າ: ການ​ສ້າງ​ກົດໝາຍ​ນີ້​ກໍ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ, ຄວາມ​ໝັ້ນຄົງ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງຣັ​ດ​ເຊຍ ພ້ອມ​ດ້ວຍ​ເສລີພາບ ​ແລະ ສິດທິ​ຂອງ​ປະຊາຊົນ​ປະ​ເທດ​ຕົນ​ບໍ່​ຖືກ​ທຳຮ້າຍ​ຈາກ​ການ​ກະທຳ​ທີ່ບໍ່​ເປັນ​ມິດ​ຈາກ​ອາ​ເມ​ລິ​ກາ ​ແລະ​ປະ​ເທ​ດອື່ນໆ.

ມາດ​ຕະການ​ຕ້ານ​ການ​ຂວ້ຳບາດຕ່າງໆ ລວມທັງຢຸດຕິ​ ຫຼືຢຸດຕິ​ຊົ່ວຄາວການ​ຮ່ວມ​ມື​ກັບປະ​ເທດ ຫຼື ອົງການ​ຈັດຕັ້ງທີ່​ບໍ່​ເປັນ​ມິດ​ກັບຣັດ​ເຊຍ, ຫ້າມ ຫຼື ຈຳກັດ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຜະລິດ​ຕະພັນ ​ແລະ​ວັດຖຸ​ດິບ, ຫ້າມ ຫຼື ຈຳກັດ​ອົງການ​ຈັດຕັ້ງທີ່ຢູ່​ໃຕ້​ການ​ຄອບ​ຄອງ ຫຼື ຄວບ​ຄຸມ​ຈາກ​ປະ​ເທດ​ທີ່​ບໍ່​ເປັນ​ມິດ​ກັບຣັດ​ເຊຍ​ນັ້ນ​ເຂົ້າຮ່ວມ​ໂຄງການ​ຈັດ​ຊື້ ​ແລະ​ໂຄງການ​ຫັນ​ຊັບ​ສິນ​ຂອງ​ລັດ​ໃຫ້​ເປັນ​ຂອງ​ເອກະ​ຊົນ ​ແລະ​ໂຄງການ​ອື່ນໆຂອງ​ລັດຖະບານຣັດ​ເຊຍ.

ອີງ​ຕາມ​ກົດໝາຍ​ດັ່ງກ່າວ, ລັດຖະບານຣັດ​ເຊຍ​ສາມາດນຳ​ໃຊ້ມາດ​ຕະການ​ຕໍ່ຕ້ານ​ທີ່​ຄວບ​ຄູ່ກັນ. ກົດໝາຍ​ໃໝ່​ດັ່ງກ່າວ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ມື້​ລົງ​ລາຍ​ເຊັນ​ເປັນຕົ້ນ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ