ຍີ່ປຸ່ນ​ຕຳ​ໜິອາ​ເມ​ລິ​ກາ​ທີ່ໃຊ້ນະ​ໂຍບາຍ​ປົກ​ປ້ອງ​ການ​ຄ້າ
2018-06-05 14:46:18  cri 

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໃນ​ຕອນ​ເຊົ້າວັນ​ທີ 4 ມິຖຸນາ​ນີ້, ທ່ານ​ໂຢຊີ​ຮີ​ເດະ ຊູ​ກະ ຫົວໜ້າ​ຄະນະ​ເລຂາທິການ​ລັດຖະບານ​ຍີ່ປຸ່ນ ກ່າວ​ວ່າ: ລັດຖະບານ​ອາ​ເມ​ລິ​ກາ​ໃຊ້​ມາດ​ຕະການ​ຈຳກັດ​ການ​ຄ້າ​ໃນ​ຂອບ​ເຂດ​ກວ້າງຂວາງ ​ໂດຍ​ອ້າງ​ວ່າ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ປະ​ເທດ​ຕົນ ​ເຊິ່ງບໍ່​ພຽງ​ແຕ່​ເຮັດ​ໃຫ້​ຕະຫຼາດສາກົນ​ປັ່ນ​ປ່ວນ​ວຸ້ນວາຍ​ເທົ່າ​ນັ້ນ, ​ແຕ່​ຍັງ​ສົ່ງ​ຜົນກະທົບ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຍີ່ປຸ່ນ-ອາ​ເມ​ລິ​ກາ ​ແລະ ​ໂຄງ​ປະກອບ​ການ​ຄ້າຫຼາຍຝ່າຍ​ທີ່​ສ້າງຕັ້ງຂຶ້ນຕາມ​ກະຕິ​ກາ WTO ນັ້ນຢ່າງ​ໜັກໜ່ວງອີກດ້ວຍ ຍີ່ປຸ່ນ​ຈຶ່ງ​ຮູ້ສຶກ​ເສຍດາຍທີ່​ສຸດ.

ນອກ​ນີ້, ທ່ານ ໂຢຊີ​ຮີ​ເດະ ຊູ​ກະ ​ຢືນຢັນ​ວ່າ: ທ່ານ​ຊິນ​ໂຈະ ອາ​ເບະ ນາຍົກລັດຖະມົນຕີປະ​ເທດ​ຕົນ​ຈະ​ເດີນທາງ​ຢ້ຽມຢາມ​ອາ​ເມ​ລິ​ກາ​ໃນ​ອາທິດ​ນີ້ ​ແລະ​ຈະ​ພົບ​ປະ​ກັບ​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ. ພ້ອມ​ກັນນັ້ນ ຍັງ​ຈະ​ແລກປ່ຽນ​ຢ່າງຕັ້ງໜ້າ​ກັບ​ເອີຣົບ, ກາ​ນາ​ດາ ​ແລະ ປະ​ເທດ​ອື່ນໆ ​ເພື່ອ​ພະຍາຍາມ​ໄດ້​ຮັບສິດຍົກ​ເວັ້ນການ​ຂຶ້ນ​ພາສີຕື່ມຈາກ​ອາ​ເມ​ລິ​ກາ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ