​ປີ​ໜ້າ​ກຳ​ປູ​ເຈຍ​ຈະ​ອຸດ​ໜູນ​ຄອບ​ຄົວ​ທຸກ​ຍາກ​ໃນ​ການ​ອອກ​ລູກ
2018-06-05 14:19:41  cri 
ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງວັນ​ອອກ​ຮັບ​ບຳ​ນານ​ທະ​ຫານ​ຢູ່ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ​ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້, ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ວ່າ, ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ອຸດ​ໜູນ​ການ​ອອກ​ລູກ​ຕໍ່​ຄອບ​ຄົວ​ທີ່​ທຸກ​ຍາກ, ​ຄອບ​ຄົວ​ທີ່​ມີແມ່​ຍິງ​ຜູ້​ຖື​ພາ​ຈະ​ສາ​ມາດ​ໄດ້​ຮັບ​ເງິນ​ອຸດ​ໜູນ 190 ໂດ​ລາ​ສະ​ຫະ​ລັດ.

ທ່ານ​ຮຸນ​ແຊນ​ກ່າວ​ວ່າ, ນະ​ໂຍ​ບາຍ​ອຸດ​ໜູນ​ການ​ອອກ​ລູກ​ຂອງ​ລັດ​ຖະ​ບານ​ໄດ້​ເລີ່​ມ​ປະ​ຕິ​ບັດ​ຢູ່​ໂຮງ​ງານ​ຕັດ​ຫຍິບ​ແລະຜະ​ລິດ​ເກີບ​ເມື່ອ​ວັນ​ທີ 1 ມັງ​ກອນ​ປີ​ນີ້. ກຳ​ມະ​ກອນ​ຜູ້​ຍິງ​ແຕ່​ລະ​ຄົນ​ສາ​ມາດ​ໄດ້​ເງິນ​ອຸດ​ໜູນ 100 ໂດ​ລາ​ພາຍ​ຫຼັງ​ເກີດ​ລູກ​ຜູ້​ທຳ​ອິດ, ​ຖ້າ​ອອກ​ລູກ​ຝາ​ແຝດ​ໄດ້ 200 ໂດ​ລາ, ແລະ​ແຝດ​ສາມ​ໄດ້ເງິນ​ອຸດ​ໜູນ 300 ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ