ການຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ໝູນ​ວຽນ​ຂອງ​ໂລກ​ໃນ​ປີ 2017 ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ
2018-06-05 16:48:48  cri 
ອົງ​ການ​ຈັດ​ຕັ້ງ​ສາ​ກົນ "ເຄືອ​ຂ່າຍ​ນະ​ໂຍ​ບາຍ​ພະ​ລັງ​ງານ​ໝູນ​ວຽນ​ສະ​ຕະ​ວັດ​ທີ 21" ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນຈຳ​ນວນ​ໄຟ​ຟ້າ​ທີ່​ເພີ່ມ​ຂຶ້ນ​ຂອງ​ໂລກ​ໃນ​ປີ 2017 ມີ 70% ຜະ​ລິດ​ດ້ວຍ​ພະ​ລັງ​ງານ​ໝູນ​ວຽນ, ກາຍ​ເປັນ​ປີ​ທີ່​ມີ​ການຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ໝູນວ​ຽນ​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ.

"ບົດ​ລາຍ​ງານ​ສະ​ພາບ​ກາ​ນ​ພະ​ລັງ​ງານ​ໝູນ​ວຽນ​ຂອງ​ໂລກ​ປີ 2018" ທີ່​​ເປີດ​ເຜີຍ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນິວຢອກ​ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຍອດ​ຈຳ​ນວນ​ໄຟ​ຟ້າທີ່​ຜະ​ລິດ​ດ້ວຍ​ພະ​ລັງ​​ງານແສງ​ຕາ​ເວັນ​ໃນ​ປີ 2017 ໄດ້​ເພີ່ມ​ຂຶ້ນ 29% ທຽບ​ໃສ່​ປີ 2016, ບັນ​ລຸ​ເຖິງ 98.000.000 ກິ​ໂລ​ວັດ​ໂມງ, ພ້ອມ​ກັນ​ນັ້ນ, ຍອດ​ຈຳ​ນວນ​ໄຟ​ຟ້າ​ທີ່​ຜະ​ລິດດ້ວ​ຍ​ພະ​ລັງ​ລົມ​ໃນ​ທົ່ວ​ໂລກ​ໄດ້​ເພີ່ມ​ຂຶ້ນ 52.000.000 ກິ​ໂລ​ວັດ​ໂມງ, ໄດ້​​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ຕໍ່​ຍອດ​ຈຳ​ນວນ​ໄຟ​ຟ້າ​ທີ່​ຜະ​ລິດ​ດ້ວຍ​ພະ​ລັງ​ງານ​ໝູນ​ວຽນ.

ບົດ​ລາຍ​ງານ​ລະ​ບຸ​ວ່າ, ມູນ​ຄ່າ​ການ​ລົງ​ທຶນໃນ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ໝູນ​ວຽນ​ຂອງ​ໂລກ​ຫຼາຍກວ່າ​ສອງ​ເທົ່າ​ຂອງ​ການ​ລົ​ງ​ທຶນ​ຕໍ່​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ວັດ​ຖຸ​ເຊື້ອ​ໄຟ​ເຄ​ມີ​ແລະ​ນິວ​ເຄຼຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ