ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ເຮັດ​ໃຫ້​​ຜູ້​ປະກອບ​ອາວຸດ "ພັກ​ຊາວ​ໜຸ່ມ" ​​ໂຊ​ມາລີ 27 ຄົນ​ເສຍ​ຊີວິດ
2018-06-05 16:58:18  cri 
ວັນ​ທີ 4 ມິຖຸນາ​ນີ້, ກອງ​ບັນຊາ​ການ​ທະຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອາ​ຟຣິກາໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ວັນ​ທີ 2 ມິຖຸນາ​ນີ້, ທະຫານ​ອາ​ເມ​ລິ​ກາ​ໄດ້​ໂຈມ​ຕີ​ທາງ​ອາກາດ​ຕໍ່​ກຸ່ມຫົວ​ຮຸນ​ແຮງ "ພັກ​ຊາວ​ໜຸ່ມ" ​ໂຊ​ມາລີ ​ເຮັດ​ໃຫ້​ມີ​ຜູ້​ປະກອບອາວຸດ 27 ຄົນ​ເສ​ຍຊີວິດ.
ຖະ​ແຫຼ​ງການ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ໂຈ​ມຕີ​ດັ່ງກ່າວ​ແມ່ນ​ດຳ​ເນີນ​ພາຍ​ໃຕ້​ການປະສານງານ​ຂອງ​ລັດຖະບານ​ໂຊ​ມາລີ, ​ເປົ້າ​ໝາຍ​ການ​ໂຈມ​ຕີ​​ຢູ່​ເຂດ​ຫ່າງ​ເມືອງ​ທ່າ​​ໂບຊາ​ໂຊໂສທາງພາ​ກ​ເໜືອ​ຂອງປະ​ເທດ​ໂຊ​ມາລີ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້ 42 ກິ​ໂລ​ແມັດ.
ທະຫານ​ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບໜ່ວຍ​ງານ​ພິ​ເສດຂອງ​ສະຫະພາບ​ອາ​ຟຣິກາ​ປະຈຳ​ໂຊ​ມາລີ ​ແລະ​ກອງທັບ​ຄວາມ​ໝັ້ນຄົງ​ໂຊ​ມາລີ ​ເພື່ອ​ຕີຕ້ານ​ບ່ອນ​ຢູ່ອາ​ໄສ ​ແລະ​ເຂດ​ທີ່​​ໃຊ້ຝຶກ​ອົບຮົມ​ຂອງກຸ່ມ​ການກໍ່​ການ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ