​ປ່ຽນ​ສິ່ງ​ເສດ​​ເຫຼື​ອເປັນ​ສິ່ງ​ມີຄ່າ
2018-06-05 17:00:34  cri 

ວັນ​ທີ 4 ມິຖຸນາ​ນີ້, ​ເດັກນ້ອຍ​ຂອງ​​ໂຮງຮຽນ​ອະນຸບານເມືອ​ງຊ່ຽງ​ຢາງ​ແຂວງ​ຮູ​ເປີ​ຍ​ໄດ້​ຜະ​ລິດ​ລົດ​ເຄື່ອງ​ຫຼິ້ນ​​ດ້ວຍຖັງ​ນ້ຳບໍລິສຸດ ​ແລະ​ຈັດການ​ແຂ່ງ​ຂັນກັນ. ຄູ​ສອນຂ​ອງ​ໂຮງຮຽນ​ອະນຸບານເມືອງ​ຊ່ຽງ​ຢາງຮູ​ເປີ​ຍ ​ແລະພໍ່​ແມ່​ຂອງ​ເດັກນ້ອຍ​ໄດ້​ນຳ​ໃຊ້​ສິ່ງ​ເສດ​ເຫຼືອ ຄື: ກັບ​ເຈ້ຍ, ຢາງລົດ, ກະ​ປ໋ອງ ​ແລະ​ອື່ນໆ​ຜະລິດ​ເປັນ​ເຄື່ອງຫຼິ້ນ, ​ເຄື່ອງປະດັບ, ​ກະຖັງ​ດອກ​ໄມ້ ​ແລະ​ອື່ນໆ, ​ເພື່ອ​ຝຶກ​​ເດັກນ້ອຍ​ໃຫ້​ມີ​ຄວາມ​ຮູ້​ປະຢັດມັດທະຍັດ ​ແລະ​ຮັກສາ​ສິ່ງ​ແວດ​ລ້ອມ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ