IAEA ໄດ້​ກຽມ​ພ້ອມ​ເພື່ອ​ດຳ​ເນີນ​ການກວດ​ກາ​ດ້ານ​ນິວ​ເຄຼຍ​ຕໍ່​ ສ​ປ​ປ ເກົາຫຼີ
2018-06-05 10:41:48  cri 
ວັນ​ທີ 4 ມິ​ຖຸ​ນາ​ນີ້, ທ່ານ​ຢຸ​ກິ​ຢະ ອະ​ມະ​ໂນະ ປະ​ທານ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ຫຼື IAEA ໄດ້​ເປີດ​ເຜີຍ​ຕໍ່​ນັກ​ຂ່າວ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ IAEA ວ່າ, IAEA ໄດ້​ກຽມ​ພ້ອມ​ທຸກ​ປະ​ການ. ຖ້າ​ສາ​ມາດ​ບັນ​ລຸ​ສັນ​ຍາ​ການ​ເມືອງ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ ແລະ IAEA ໄດ້​ຮັບ​ສິດກວດ​ກາ​ພາຍ​ໃຕ້​ຂອບ​ສັນ​ຍາ, IAEA ຈະສາ​ມາດ​ດຳ​ເນີນ​ການກວດ​ກາ​ຕໍ່​ແຜນ​ການ​ນິວ​ເຄຼຍ ສ​ປ​ປ ເກົາຫຼີ​ພາຍ​ໃນ​ເວ​ລາຫຼາຍ​ອາ​ທິດ.

ປັດ​ຈຸ​ບັນ, IAEA ບໍ່ມີ​ພະ​ນັກ​ງານກວດ​ກາ​ເຮັດ​ວຽກ​ຢູ່​ໃນ​ ສ​ປ​ປ ເກົາຫຼີ, ຈຳ​ເປັນ​ຕ້ອງ​​ຊອກ​ຮູ້​ສະ​ພາບ​ການ​ພັດ​ທະ​ນາ​ແຜນ​ການ​ນິວ​ເຄຼຍ ສ​ປ​ປ ເກົາຫຼີ ໂດຍຜ່ານ​ພາບ​ຖ່າຍ​ຜ່ານ​ດາວ​ທຽມ ແລະ ຊ່ອງ​ທາງ​ອື່ນໆ ເພື່ອ​ເພີ່ມ​ທະ​ວີ​ການ​ວິ​ໄຈ​ຕໍ່​ແຜນ​ການ​ນິວ​ເຄຼຍ​ຂອງ ສ​ປ​ປ ເກົາຫຼີ.

ປັດ​ຈຸ​ບັນ, IAEA ໄດ້ສ້າງ​ຕັ້ງ​ໜ່ວຍ​ງານ​ສະ​ເພາະ​ບັນ​ຫາ​ນິວ​ເຄຼຍ ສ​ປ​ປ ເກົາຫຼີ ເຊິ່ງ​ມີ​ຈຸດ​ປະ​ສົງ​ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ​ຕໍ່​ບັນ​ຫາ​ນິ​ວ​ເຄຼຍ ສ​ປ​ປ ເກົາຫຼີ. ຂະ​ນະ​ດຽວ​ກັນ, ກໍ​​ໄດ້​ຫ້າງ​ຫາ​ກະ​ກຽມ ເພື່ອ​ຈະ​ເຂົ້າ​ໄປ​ດຳ​ເນີນ​ການກວດ​ກາ​ຢູ່​ພາຍ​ໃນ​ ສ​ປ​ປ ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ