ເກີດເຫດ​​ລະ​ເບີດ​ແຕກ​ຢູ່ນະ​ຄອນຫຼວງ​ກາ​ບູນ​​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 5 ຄົນ
2018-06-05 14:24:13  cri 
ວັນ​ທີ 4 ມິ​ຖຸ​ນາ​ນີ້, ​ຢູ່ນະ​ຄອນຫຼວງ​ກາ​ບູນ​ປະ​ເທດ​ອາ​ຟ​ກາ​ນິ​ສະ​ຖານ​ໄດ້​ເກີດ​ເຫດ​ການ​ລະ​ເບີດ​ສະຫຼະ​ຊີບ ເຊິ່ງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີ​ວິດ 5 ຄົນ ແລະ ອີກຫຼາຍ​ຄົນ​ບາດ​ເຈັບ.

ສື່ມ​ວນ​ຊົນ​ອາ​ຟ​ກາ​ນິ​ສະ​ຖານ​ລາຍ​ງານ​ວ່າ, ເຫດ​ການ​ລະ​ເບີດ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ປະ​ມານ 11 ໂມງ 30 ນາ​ທີ ແລະ ໃກ້​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ໜຶ່ງ​ທີ່​ຕັ້ງ​ຢູ່​ເຂດ​ຕຳຫຼວດ​ທີ 5. ຜູ້​ກໍ່​ເຫດ​ສະຫຼະ​ຊີບ​ໄດ້​ດຶງ​ສາຍ​ຊະນວນ​ລະ​ເບີດ. ເວ​ລາ​ນັ້ນ, ພວມ​ມີ​ປະ​ຊາ​ຊົນ​ພັນ​ກວ່າ​ຄົນ​ໂຮມ​ຊຸມ​ນຸມ​ຕ້ານ​ສົງ​ຄາມ​ຢູ່​ສະ​ຖານ​ທີ່​ແຫ່ງ​ນັ້ນ.ປັດ​ຈຸ​ບັນ, ຍັງ​ບໍ່​ມີ​ຜູ້​ໃດ​ປະ​ກາດຄວາມ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ລະ​ເບີດ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ