ທ່ານ​ປູ​ຕິນຕ້ອນ​ຮັບ​ການ​ເຂົ້າ​ສຳ​ພາດ​ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ
2018-06-06 15:52:30  cri 

ຄືນ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ, ​ກ່ອນ​ອອກ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ທີ່​ຊິງ​ຕາວແລະ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ, ທ່ານ​​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ພັນ​ຣັດ​ເຊຍ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ສຳ​ພາດ​ພິ​ເສດ​ຂອງ​ທ່ານ​ເຊິ້ນ​ໄຫ​​ຊົງ ຜູ້ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຢູ່​ວັງ​ແກ​ຣມ​ແລງ​ນະ​ຄອນຫຼວງ​ມົ​ສ​ກູ​ປະ​ເທດ​ຣັດ​ເຊຍ.

ໃນ​ໄລ​ຍະ​ການ​ໃຫ້​ສຳ​ພາດ​ເປັນ​ເວ​ລາປະ​ມານ 40 ນາ​ທີ, ທ່ານ​ປູ​ຕິນ​ໄດ້​ເລົ່າ​ສູ່​ຟັງ​ຄວາມ​ປະ​ທັບ​ໃຈ​ຂອ​ງ​ຕົນ​ຕໍ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ແລະ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ຈຸດ​ຄື​ກັນ​ລະ​ຫວ່າງ​ "ຄວາມ​ຝັນ​ຂອງ​ຣັດ​ເຊຍ"ທີ່​ຕົນ​ສະ​ເໜີ​ອອກ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ກັບ​ "ຄວາມ​​ໄຝ່ຝັນ​ຂອງ​ຈີນ"  ແລະ​ໄດ້​ສະ​ແດງ​ວິ​ໄສ​ທັດ​ຕໍ່​ອະ​ນາ​ຄົດ​ຂອງ​ສາຍ​ພົວ​ພັນ​ຣັດ​ເຊຍ​ຈີນ​ແລະ​ອົງ​ການ​ຮ່ວມ​ມື​ຊຽງ​ໄ​ຮ້​ພາຍຫຼັງ​​ທີ່ຂະ​ຫ​ຍາຍ​ຕົວ ທັງໄດ້​ຕອບ​ຄຳ​ຖາມກ່ຽວ​ກັບ​ການ​ສ້າງ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ",ບັນ​ຫາ​ຈຸດ​ສຸມ​ສາ​ກົນ​ເປັນ​ຕົ້ນ​ແມ່ນ: ບັນ​ຫາ​ແຫຼມ​ເກົາຫຼີ ກໍ​ຄື​ສາຍ​ພົວ​ພັນ​ຣັດ​ເຊຍ​ກັບ​ປະ​ເທດ​ຕາ​ເວັນ​ຕົກ​ແລະ​ອື່ນໆ.

ນີ້​ແມ່ນ​ທ່ານ​ປູ​ຕິນໃຫ້​ສຳ​ພາດ​ສະ​ເພາະ​ຕໍ່​ສື່ມວ​ນ​ຊົນ​ຕ່າງ​ປະ​ເທດຫຼັງຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​​ເປັນປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຊຸດ​ໃໝ່ ທັງ​ເປັນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ປູ​ຕິນ​ໃຫ້​ສຳ​ພາດ​ສະ​ເພາະຕໍ່​ສື່ມວ​ນ​ຊົນ​ຈີນ​​ຢູ່​ວັງ​ແກ​ລມ​ແລງ. ນອກ​ນີ້, ທ່ານ​ປູ​ຕິນ​ຍັງ​ໄດ້​ຕອບ​ຫຼາຍຄຳ​ຖາມ​ຂອງ​ເພື່ອນ​ມິດ​​ທີ່ໃຊ້​ອິນ​ເຕີ​ເນັດ​ຂອງເວັບ​ໄຊ CCTV​ຄໍ​ລຳ​ຂ່າວດ້ວຍ​ຄວາມ​ສົນ​ໃຈ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ