ເຈົ້າ​ໜ້າ​ທີ່ທະ​ນາ​ຄານ​ກາງ​ບັນ​ດາ​ປະ​ເທດ​​ເອີ​ຣົບ​ມີ​ຄວາມ​ໝັ້ນ​ໃຈ​ເພີ່ມ​ຂຶ້ນ​ຕໍ່​ເງິນຢວນ​ຈີນ
2018-06-06 16:47:11  cri 
ທະ​ນາ​ຄານ​ກາງ​ເອີ​ຣົບ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ໃນ​ວັນ​ທີ 5 ມິ​ຖຸ​ນາ​ນີ້​ວ່າ: ຜູ້​ບໍ​ລິ​ຫານ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ທະ​ນາ​ຄານ​ກາງ​ບັນ​ດາ​ປະ​ເທດ​ເອີ​ຣົບມີ​ຄວາມ​ໝັ້ນ​ໃຈ​ເພີ່ມ​ຂຶ້ນ​ຕໍ່​ເງິນຢວນ​ຈີນ​ໃນ​ຖາ​ນະ​ເປັນ​ເງິນ​ຕາ​ຄັງ​ສຳ​ຮອງ.

ບົດ​ລາຍ​ງານ​ລະ​ບຸ​ວ່າ: ​ພາຍຫຼັງ​ເງິນຢວນ​ຈີນ​ໄດ້​ຮັບ​ຮອງ​ໃຫ້​ຈັດ​ເຂົ້າ​ເປັນ​ເງິນ​ຕາ​ທີ່​ມີ​ສິດ​ຖອນ​ເງິນ​ພິ​ເສດຫຼືSDRຂອງ​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນຫຼື IMFຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 1 ຕຸ​ລາ 2016, ເງິນຢວນ​ໄດ້​ກວມ​ອັດ​ຕາ​ສ່ວນ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ​ໃນ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໃນ​ທົ່ວ​ໂລກ.

ບົດ​ລາຍ​ງານ​ໄດ້​ຍົກ​ໃຫ້​ເຫັນ​ໂດຍ​ອີງ​ໃສ່​ຜົນ​ການ​ສຳ​ຫຼວດ​ຜູ້​ບໍ​ລິ​ຫານ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ທະ​ນາ​ຄານ​ກາງ 79 ທ່ານ​ເຊິ່ງ​ໄດ້​ຄຸ້ມ​ຄອງ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ກວມ​ເຄິ່ງ​ໜຶ່ງ​ຂອງ​ໂລກ​ນັ້ນ​​ມີ 29 ທ່ານ​ຄາດ​ວ່າ, ຮອດ​ປີ 2020, ໃນ​ກຸ່ມ​ຊັບ​ສິນ​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ຕົນ​ຄຸ້ມ​ຄອງ​ບໍ​ລິ​ຫານ​ນັ້ນ, ຊັບ​ສິນ​ທີ່​ເປັນ​ເງິນຢວນ​ຈະ​ກວມ​ອັດ​ຕາ​ສ່ວນ​ເພີ່ມ​ຂຶ້ນ​ເປັນ 10%ຫາ 20%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ