ລັດຖະມົນຕີ​ຕ່າງປະ​ເທດ​ເອກ​ວາດໍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມັດ​ຊາ​ໃຫຍ່​ ສປຊ ຄັ້ງທີ 73
2018-06-06 17:23:01  cri 

ວັນ​ທີ 5 ມິຖຸນາ​ນີ້, ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງທີ 72 ​ໄດ້​ເລືອກ​ຕັ້ງທ່ານນາງ ​ມາ​ເຣຍ ​ເຟີ​ນັນ​ດາ ​ເອສ​ປີ​ໂນ​ຊາ ກາ​ເຊັສ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ເອກ​ວາ​ດໍ​ເປັນ​ປະທານ​ກອງ​ປະຊຸມ​ສະມັດຊາໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ຄັ້ງທີ 73 ​ແລະ​ຈະ​ເຂົ້າ​ຮັບ​ຕຳ​ແໜ່​ງແທນ​ທ່ານ​ມີ​ໂຣສະ​ລັຟ ລັດ​ຄາກ ປະທານ​ກອງ​ປະຊຸມສະມັດຊາ​ໃຫຍ່​ຄົນ​ປັດຈຸບັນ​ຂະນະ​ຈັດ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ຄັ້ງ​ໃໝ່​ໃນ​ເດືອນ​ກັນຍາ​ປີ​ນີ້ ​ແລະ​ກໍ​ເປັນ​ປະທານ​ເພດ​ຍິງ​ຄົນທີ 4 ​ໃນ​ປະຫວັດສາດ​ອົງການ​ສະຫະ​ປະຊາ​ຊາດ.

ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ທີ່ໄດ້ຜູ້ຍິງ​ເປັນ​ປະທານ​ອີກ​ຄັ້ງ.

ກອງ​ປະຊຸມ​ສະມັດຊາ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ຈະ​ຈັດ​ກອງ​ປະຊຸມ​ຄັ້ງ​ໃໝ່​ໃນ​ເດືອນ​ກັນຍາຂອງ​ແຕ່ລະປີ. ອີງຕາມຫຼັກການສະ​ເໝີ​ພາບ​ທີ່ປ່ຽນ​ກັນ​ເປັນ​ປະທານ​ຂອງ​ບຸກຄົນ​​ພາກ​ພື້ນ​ຕ່າງໆ, ຕຳ​ແໜ່​ງປະທານ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຈະ​ໃຫ້ 5 ພາກ​ພື້ນ ຄື ອາຊີ​ປາຊີ​ຟິກ, ອາ​ຟຣິກາ, ​ເອີຣົບຕາ​ເວັນ​ອອກ, ອາ​ເມ​ຣິກາ​ລາ​ຕິນ-ກາຣາອິບ ​ແລະ ​ເອີຣົບຕາ​ເວັນ​ຕົກ-ປະ​ເທດ​ອື່ນໆ ລວມທັງ​ອາ​ເມຣິກາ​ເໜືອ ປ່ຽນ​ກັນ​ນຳ​ສະ​ເໜີ​ບຸກຄົນ​ໃນ​ພາກ​ພື້ນ​ຕົນ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງ ​ແລະ​ດຳລົງ​ຕຳ​ແໜ່​ງ​ເປັນ​ເວລາ 1 ປີ. ນັບ​ແຕ່​ປີ 1945 ຈົນ​ເຖິງ​ປັດຈຸບັນ, ກອງ​ປະຊຸມ​ສະມັດຊາ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ ​ໄດ້​ເລືອກ​ຕັ້ງຜູ້ຍິງ​ເປັນ​ປະທານ​ມີ​ພຽງ​ແຕ່ 4 ຄົນ​ເທົ່າ​ນັ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ