ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ລາວ​ໃນ 6 ເດືອນ​ຕົ້ນ​ປີນີ້​ສ​ອດ​ຄ່ອງ​ກັບ​ການ​ຄາດ​​ຄະ​ເນ
2018-06-06 15:00:21  cri 
ໃນ​ໂອ​ກາດຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 5 ຂອງ​ສະ​ພາ​ແຫ່ງ​ຊາດລາວ​​ຊຸດທີ 8 ​ໃນ​ວັນ​ທີ 5 ມິ​ຖຸ​ນາ​ນີ້, ທ່ານ​ທອ​ງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວກ່າວ​ວ່າ, ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ລາວ​ສອດ​ຄ່ອງ​ກັບ​ການ​ຄາດ​ຄະ​ເນລ່ວງ​ໜ້າ, ຄາດ​ວ່າ​​ຈະ​ເຕີບ​ໂຕ 6,7% ໃນ 6 ເດືອນ​ຕົ້ນ​ປີ​ນີ້, ລວມຍອດ​ຜະລິດ​ຕະພັນພາຍ​ໃນ​ ຫຼື GDP ຈະ​ບັນ​ລຸເຖິງ 152.000 ຕື້​ກີບ.

ບົດ​ລາຍ​ງານ​ລະ​ບຸ​ວ່າ: ອີງ​ຕາມ​ຕົວ​ເລກ​ຂອງ 4 ເດືອນ​ຕົ້ນ​ປີນີ້, ພາກ​ການ​ຜະ​ລິດ​ດ້ານ​ກະ​ສິ​ກຳ​ຂອງ​ລາວ​ໃນ 6 ເ​ດືອນ​ຕົ້ນ​ປີ​ນີ້​ເພີ່ມ​ຂຶ້ນ 2,9% ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ສ່ວນ​ຂະ​ແໜງ​ການ​ການ​ອຸດ​ສາ​ຫະ​ກຳ​ໄດ້​ເພີ່ມ​ຂຶ້ນ 7% ແລະ​ຂະ​ແໜງ​ການ​ບໍ​ລິ​ການ​ເພີ່ມ​ຂຶ້ນ 7,9%. ໃນ 6 ເດືອນ​ຕົ້ນ​ປີ​ນີ້, GDP ຂອງ​ລາວ​ສະ​ເລ່ຍ​​ຕໍ່​ຫົວ​ຄົນ​​ຈະ​ບັນ​ລຸ​ເຖິງ 2609 ໂດ​ລາ​ສະ​ຫະ​ລັດ.

ທ່ານ​ທອງ​ລຸນ ກ່າວ​ຕື່ມ​ວ່າ, ລາຍ​ຮັບ​ການ​ເງິນ​ຂອງ​ລາວ​ໃນ 6 ເດືອນ​ຕົ້ນ​ປີ​ນີ້​ຈະ​ບັນ​ລຸ​ເຖິງ 12.000 ຕື້​ກີບ, ໄດ້​ບັນ​ລຸ​ເປົ້າ​ໝາຍ 47,48% ຂອງ​ເປົ້າ​ໝາຍ​ໝົດ​ປີ; ລາຍ​ຈ່າຍ​ໃນ 6 ເດືອນ​ຕົ້ນ​ປີ​ນີ້​ຄາດ​ວ່າ​ຈະ​ບັນ​ລຸ​ເຖິງ 16.000 ຕື້​ກີບ, ກວມ 47,95% ໃນ​ເປົ້າ​ໝາ​ຍ​ຂອງ​ໝົດ​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ