ກອງ​ປະຊຸມສຳ​ມະ​ນາຄູ່​ຮ່ວມ​ການ​ຫຼຸດຜ່ານຄວາມ​ທຸກ​ຍາກ​ທົ່ວ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ໂຣມ
2018-06-06 16:43:57  cri 
ວັນ​ທີ 5 ມິຖຸນາ​ນີ້, ກອງ​ປະຊຸມສຳ​ມະ​ນາຄູ່​ຮ່ວມ​ການ​ຫຼຸດຜ່ອນ​ຄວາມ​ທຸກຍາກທົ່ວ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ໂຣມປະ​ເທດ​ອີ​ຕາ​ລີ.
ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໂດຍ​ອົງການທັນ​ຍາ​ຫານ ​ແລະກະສິກຳ​ສະຫະ​ປະຊາ​ຊາດ, ກອງ​ທຶນພັດທະນາ​ກະສິກຳ​ສາກົນ, ອົງການ​ແຜນການທັນ​ຍາ​ຫານ​ໂລກ, ສູນ​ການ​ຊ່ວຍ​ເຫຼືອຜູ້​ທຸກ​ຍາກ​ສາກົນ​ຈີນ ​ແລະ​ສູນຖະ​ແຫຼ​ງ​ຂ່າວເວັບ​ໄຊ​ຈີນ​ຮ່ວມ​ກັນ. ຜູ້​ຕາງ​ໜ້າ​ຈາກ​ຈີນ, ກາ​ນາ, ​ເກນ​ຢາ ​ແລະ​ເຊ​ເນ​ການ ກໍ​ຄື​ນັກວິຊາ​ການຂອງ​ມະຫາວິທະ​ຍາ​​ໄລ​ອີ​ຕາ​ລີ​​ຫຼາຍ​ກວ່າ 90 ຄົນ​ເຂົ້າ​ຮ່ວມ. ຜູ້​ເຂົ້າ​ຮ່ວມ​​ໄດ້ປຶກ​ສາ​ຫາ​ລື​ກ່ຽວ​ກັບ "ການຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື ​ແລະ​ການ​ຊົ​ມ​ໃຊ້​ຄວາມ​ຮູ້, ສົ່ງ​​ເສີມ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​​ຍົງ​ຂອງ​ອົງການ​ສປຊ" ​ເປັນ​ຫົວຂໍ້, ​ໂດ​ຍ​ໄດ້​ແບ່ງປັນ​ປະສົບ​ການ​ທີ່​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ ​ແລະ​ດຳ​ເນີນ​ການ​ປຶກ​ສາ​ຫາລື​ໃນ​ຫົວຂໍ້​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄວາມ​ຮູ້​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ