ນາ​ຍົກ​ລັດ​ຖະ​ມົນ​ຕີ​ເອ​ຢິບ​ຍື່ນ​ໃບ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ຄະ​ນະ​ລັດ​ຖະ​ບານ
2018-06-06 16:12:19  cri 
ໂທ​ລະ​ພາບ​ແຫ່ງ​ຊາດ​ເອ​ຢິບ​ລາຍ​ງານ​ໃນ​ວັນ​ທີ 5 ມິ​ຖຸ​ນາ​ນີ້​ວ່າ, ມື້​ດຽວ​ກັນ, ທ່ານ​ເຊ​ຣິ​ຟ ອິ​ສ​ມາຍ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເອ​ຢິບ​ໄດ້​ຍື່ນ​ໃບ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຕໍ່​ທ່ານ​ອັບ​ເດວ ຟາ​ຕາ ອານ-ຊີ​ຊີ ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ.

ທຳ​ນຽບ​ປ​ະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ​ອອກ​ຖະ​ແຫຼງ​ການ​ວ່າ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອານ-ຊີ​ຊີ​ໄດ້​ແຕ່ງ​ຕັ້ງ​ໃຫ້​ຄະ​ນະ​ລັດ​ຖະ​ບານ​ປັດ​ຈຸ​ບັນ​ປະ​ຕິ​ບັດ​ໜ້າ​ທີ່​ຕໍ່​ໄປ​ໃນ​ຖາ​ນະ​ເປັນ​ລັດ​ຖະ​ບານ​ຂ້າມ​ຜ່ານ, ຈົນ​ກວ່າ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ.

ວັນ​ທີ 2 ມິ​ຖຸ​ນາ​ນີ້, ທ່ານ​ອານ-ຊີ​ຊີ ໄດ້​ສາ​ບານ​ຕົ​ນ​ດຳ​ລົງ​ຕຳ​ແໜ່ງ​​ເປັນປະ​ທ​າ​ນາ​ທິ​ບໍ​ດີ​ສະ​ໄໝ​ທີ 2 ທີ່​ມີ​ໄລ​ຍະ​ເວ​ລາ 4 ປີ​ຂອງ​ທ່ານຕໍ່ສະ​ພາ​ເອ​ຢິບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ