ອົງ​ການ​ປະ​ເທດ​ທະ​ວີບອ​າ​ເມ​ຣິກາ​ຕຳ​ໜິ​​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ເວ​ເນ​ຊູເອ​ລາ​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ
2018-06-07 15:29:14  cri 
ອົງ​ການ​ປະ​ເທດ​ທະ​ວີບ​ອາ​ເມ​ຣິ​ກາ​ໄດ້​ຮັບ​ຮອງ​ມະ​ຕິ​ໃນ​ວັນ​ທີ 5 ມິ​ຖຸ​ນາ​ນີ້​ໂດຍ​ຕຳ​ໜິ​ວ່າ ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ເວ​ເນ​ຊູ​​ເອ​ລາທີ່​ຈັດ​ຂຶ້ນ​ກ່ອນ​ໜ້າ​ນີ້​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

ກອງ​ປະ​ຊຸມ​ອົງ​ການ​ປະ​ເທດ​ທະ​ວີບ​ອາ​ເມຣິ​ກາ​ຄັ້ງ​ທີ 48 ​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 5 ມິ​ຖຸ​ນາ​ນີ້ ແລະ​ອົງ​ການ​ນີ້​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ດັ່ງ​ກ່າວ ​ດ້ວຍການ​ລົງ​ຄະ​ແນນ​ສຽງ 19 ບັດ​ເຫັນ​ດີ, 4 ​ບັດຄັດ​ຄ້ານ ແລະ 11 ​ບັດ​ບໍ່​​ອອກສຽງ ແລະ​ມະ​ຕິ​ລະ​ບຸ​ວ່າ: ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່ເວ​ເນ​ຊູ​ເອ​ລາ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ພຶດ​ສະ​ພາຜ່ານ​ມາ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ​ສາ​ກົນ ​ຈຶ່ງ​ບໍ່​ມີ​ຄວາມ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ເວ​ເນ​ຊູ ​ເອ​ລາ​ໄດ້​ຈັດ​ການ​ເລືອກ​ຕັ້ງ​ປະ​ທ​າ​ນາ​ທິ​ບໍ​ດີ​ໃນ​ວັນ​ທີ 20 ພຶດ​ສະ​ພາ​ຜ່ານ​ມາ, ທ່ານ​ນິ​ໂຄ​ລາ​ສ ມາ​ດູ​ໂຣ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ​ໄດ້​ຮັບ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ອີກວາ​ລະ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ