ຈີນ​ເປັນ​ປະ​ເທດ​ທີ່ທຶນ​ຕ່າງ​ປະ​ເທດໄຫຼ​ເຂົ້າຫຼາຍເປັນ​ອັນ​ດັບ​​ສອງ​ຂອງ​ໂລກ
2018-06-07 16:19:44  cri 

ສະ​ພາ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ອົງ​ການ​ສະ​ຫະ​ຫະ​ປະ​ຊາ​ຊາດ​ທີ່​ມີ​​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ເຊີ​ແນວ ປະ​ເທດ​​ສະວິ​​ດ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ໃນ​ວັນ​ທີ 6 ມິ​ຖຸ​ນາ​ນີ້​ວ່າ: ປີ 2017 ຜ່ານ​ມາ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ທຶນ​ຕ່າງ​ປະ​ເທດ​ໄຫຼ​ເຂົ້າ​ຫຼາຍ​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ​ແລະ​ເປັນ​ປະ​ເທດ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດຫຼາຍ​ເປັນ​ອັນ​ດັບ 3 ຂອງ​ໂລກ ແລະ ​​ສືບ​ຕໍ່​ຄອງ​ຖາ​ນະ​ອັນ​ດັບ​ໜຶ່ງ​ໃນບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ມີ​ທຶນ​ຕ່າງ​ປະ​ເທດ​ໄຫຼ​ເຂົ້າ​ແລະ​ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ.

ບົດ​ລາຍ​ງານ​ການ​ລົງ​ທຶນ​ຂອງ​ໂລກ​ປີ 2018 ທີ່​ເປີດ​ເຜີຍ​ໃນ​ວັນ​ດຽວ​ກັນ​ລະ​ບຸ​ວ່າ: ເມື່ອ​ທຽບ​ໃສ່​ປີ 2017 ຜ່ານ​ມາ ເຊິ່ງ​ເສດ​ຖະ​ກິດ​ແລະ​ການ​ຄ້າ​ ໂລກ​ຂະ​ຫຍາຍ​ຕົວ​ຢ່າງວ່ອງ​ໄວ, ສິ່ງ​ໂດດ​ເດັ່ນ​ນັ້ນ​ກໍ​ຄື ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ(FDI)​ຂອງ​ໂລກໃນ​ປີ 2017 ໄດ້ຫຼຸດ​ລົງເຖິງ 1430 ຕື້​ໂດ​ລາ​ສະ​ຫະ​ລັດ, ຫຼຸດ​ລົງ 23% ເມື່ອ​ທຽບ​ໃສ່​ປີ 2016.

ບົດ​ລາຍ​ງານ​ຍັງ​ລະ​ບຸ​ຕື່ມ​ວ່າ: ປີ 2017 ຜ່ານ​ມາ, ຈີນ​ໄດ້​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ບັນ​ລຸ​ເຖິງ 136 ຕື້​ໂດ​ລາ​ສະ​ຫະ​ລັດ, ຄອງ​ອັນ​ດັບ​ສອງ​ຂອງ​ໂລກ. ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້ຫຼຸດ​ລົງ​ເຖິງ 125 ຕື້​ໂດ​ລາ​ສະ​ຫະ​ລັດ ແຕ່​ກໍ​ຍັງ​ເປັນ​ປະ​ເທດ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດຫຼາຍ​ອັນ​ດັບ 3 ຂອງ​ໂລກ ແລະ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດຫຼາຍ​ອັນ​ດັບ​ໜຶ່ງ​​ຂອງໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ