ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ລັດ​ຖະ​ບານ​ມຽນ​ມາ​ເຊັນ​ສັນ​ຍາ​ເພື່ອ​ຊ່ວຍ​ເຫຼືອ​ຊາວ​ອົບ​ພະ​ຍົບ ໂຣ​ຮິງ​ຢາ​ກັບ​ຄືນ​ບ້ານ​ເກີດ
2018-06-07 16:39:37  cri 
ທ່ານ​ສະ​ເທ​ເຟັນ ດຸ​ຈາ​ຣິກ ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ໃນ​ວັ​ນ​ທີ 6 ມິ​ຖຸ​ນາ​ນີ້​ວ່າ, 2 ອົງ​ການ​ຈັດຕັ້ງທີ່​ຂຶ້ນ​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຊັນ​ສັນ​ຍາ​ສະ​ບັບ​ໜຶ່ງ​ທີ່​ເປັນ​ຂີດ​ໝາຍ​ກັບ​ລັດ​ຖະ​ບານ​ມຽນ​ມາ, ​ໂດຍຫວັງ​​ວ່າຈະ​ຊ່ວຍ​ເຫຼືອ​ຊາວ​ຍົບ​ພະ​ຍົບ​ໂຣ​ຮິງ​ຢາ​ທີ່​ອາ​ໄສ​ຢູ່​ບັງ​ກະ​ລາ​ເດັດ​ກັບ​ຄືນ​ບ້ານ​ເກີດ.

ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ສະ​ບັບ​ນີ້​ທີ່​ອົງ​ການ​ຂ້າ​ຫຼວງ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ຊາວ​ອົບ​ພະ​ຍົບ, ໂຄງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ​ແລະ​ລັດ​ຖະ​ບານ​ມຽນ​ມາ​ຮ່ວມ​ກັນ​ລົງ​ນາມ, ໄດ້​ອະ​ນຸ​ມັດ​ໃຫ້​ສອງ​ອົງ​ການ​ດັ່ງ​ກ່າວ​ເຂົ້າ​ໄປ​ໃນ​ດິນ​ແດນ​ລັດ​ຍະ​ໄຂ​ປະ​ເທດ​ມຽນ​ມາ, ເພື່ອ​ສຳ​ຫຼວດ​ບ່ອນ​ພັກ​ເກົ່າ​ແລະ​ຈຸດ​ຊຸມ​ຊົນ​ທີ່​ອາດ​ເປັນ​ໄປ​ໄດ້​ໃນ​ອະ​ນາ​ຄົດ, ແລະ​ປະ​ຕິ​ບັດ​ວຽກ​ງານ​ອະ​ນຸ​ລັກ​ທີ່​ກ່ຽວ​ຂ້ອງ. ສັນ​ຍາ​ສະ​ບັບ​ນີ້​ຍັງ​ໄດ້​ອະ​ນຸ​ມັດ​ໃຫ້​ສອງ​ອົງ​ການ​ດັ່ງ​ກ່າວ​ດຳ​ເນີນ​ການ​ສຳ​ຫຼວດ​ແລະ​ການ​ປະ​ເມີນ​ຕໍ່​ຈຸດ​ຊຸມ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ, ແລະ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນນ​ການ​ສະ​ໜັບ​ສະ​ໜູນ​ຊາ​ວ​ອົບ​ພະ​ຍົບ​ກັບ​ຄືນ​ສູ່​ບ້ານ​ເກີດ​ດ້ວຍ​ຕົນ​ເອງ.
ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ມື້​ດຽວ​ກັນ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ເຊັນ​ສັນ​ຍາ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ