ພູ​ໄຟ​ຢູ່ກົວ​ເຕມາລາ​ປະທຸ​ເຮັດ​ໃຫ້​ມີ​ປະຊາຊົນ​ເກືອບ 200 ຄົນ​ຫາຍສາບ​ສູນ
2018-06-07 16:16:25  cri 
ວັນທີ 6 ມິຖຸນາ​ນີ້, ອົງການ​ປະສານ​ງານ​ໄພພິບັດ​ທຳ​ມະ​ຊາດ​ແຫ່ງ​ຊາດ​ກົວ​ເຕມາລາ​ຢືນຢັນ​ວ່າ: ພູ​​ໄຟດີ​ຟູ​ໂກ​ໄດ້ປະທຸແຕ່​ວັນ​ທີ 3 ມິຖຸນາ​ນີ້ ​​ເຊິ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ 75 ຄົນ​ເສຍ​ຊີວິດ ​ແລະ 192 ຄົນ​ຫາຍ​ສາບ​ສູນ.
​ເຈົ້າ​ໜ້າ​ທີ່​ອົງການ​ດັ່ງກ່າວ​ໄດ້​ກ່າວ​​ວ່າ: ການປະທຸຂອງ​ພູ​​ໄຟດີ​ຟູ​ໂກ​ເທື່ອ​ນີ້​ມີ​ຄວາມ​ຮຸນ​ແຮງ​ຜິ​ດປົກກະຕິ​, ສິ່ງ​ທີ່​ປະທຸ​ອອກ​ມາໄດ້​ທຳລາຍ​ຊີວິດ ​ແລະ​ຊັບ​ສິນຢູ່​ທາງ​​ໄຫລ​ຂອງ​ລາ​ວາ, ​ຈົນ​ບໍ່​ສາມາດ​ລະບຸ​ຕົວ​ຕົນ​ຂອງ​ຜູ້​ເສຍ​ຊີວິດ ​ແລະ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຄົ້ນຫາ​ຜູ້​ຫາຍສາບ​ສູນ. ​ເວັບ​​ໄຊທາງ​ການ​ຂອງ​ອົງການ​ໄດ້​ປະກາດ​ຖະ​ແຫຼ​ງການ ​ໂດຍຫວັງ​ວ່າ​ປະຊາຊົນຈະ​ສົ່ງ​ຂໍ້​ມູນ​ລະອຽດ​ຂອງ​ຜູ້​ຫາຍສາບ​ສູນ​ໃຫ້​ລັດຖະບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ