ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 7 ປະ​ເທດ​ຈະ​ມີການ​ເຈລະຈາ​ຢ່າງ​ດຸ​ເດືອດ
2018-06-07 16:23:37  cri 
ວັນ​ທີ 6 ມິຖຸນາ​ນີ້, ທ່ານນາງ ​ແອ​ງ​ເກ​ວລາ ​ໂດ​ໂຣຊີ ​ເມີ​​​ເຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ໄດ້​ກ່າວ​ຢູ່​ສະພາ​ເຢຍລະ​ມັນ​ວ່າ: ປະ​ເທດ​ຕົນ​ກັບ​ອາ​ເມ​ລິ​ກາ ​ແລະ​ປະ​ເທ​ດອື່ນໆ​ມີ​ "ບັນຫາ​ຢ່າງ​ໜັກໜ່ວງ" ກ່ຽວກັບສັນຍາ​ຫຼາຍ​ຝ່າຍຈຳນວນ​ໜຶ່ງ, ສະ​ນັ້ນ ​ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 7 ປະ​ເທດ​ອາດ​ຈະ​ມີ​ການ​ເຈລະຈາ​ຢ່າງ​ດຸ​ເດືອດ.
ທ່ານ​ນາງ​ຊີ້​​ໃຫ້​ເຫັນ​ວ່າ: ​ເຢຍລະ​ມັນ​ຈະ​ພະຍາຍາມ​ຮັກສາ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ທີ່​ບັນລຸ​​ໄດ້​ກ່ຽວ​ກັບ​ການ​ຄ້າ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ​ບັນຫາ​ອື່ນໆ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 7 ປະ​ເທດ​ ​ແລະ​ກອງ​ປະຊຸມ​ຜູ້ນຳ​ກຸ່ມG20 ໃນ​ປີ 2017, ​ໂດຍ​ສະ​ເພາະ​ແມ່ນ​ຮັກສາ​ລະບົບ​ການ​ຄ້າຫຼາຍ​ຝ່າຍຢ່າງ​​ເປັນ​ທຳ ​ແລະ​ຕ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ.
ທ່ານ​ນາງ​ກ່າວ​ຕື່ມ​ວ່າ: ທ່ານ​ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ການ​ຄ້າ ​ແລະ​ສັນຍາ​ນິວ​ເຄຼຍອີຣານກັບ​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ.
ວັນ​ທີ 8 ຫາ​ວັນ​ທີ 9 ມິ​ຖຸນາ​ນີ້, ກອງປະຊຸມ​ສຸດ​ຍອດ​ກຸ່ມ 7 ປະ​ເທດ​ທີ່​ຈັດ​ຂຶ້ນ​ປີ​ລະ​ເທື່ອຈະ​​ໄຂ​ຂຶ້ນ​ຢູ່​ເມື​ອງ​ເກ​ເບັກປ​ະ​ເທດ​ກາ​ນາ​ດາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ