ຄະ​ນະ​ຜູ້​ແທນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຢ້ຽມ​ຢາມ​ຣັດ​ເຊຍ
2018-06-07 14:43:32  cri 
ວັນ​ທີ 2 ຫາ ທີ 6 ມິ​ຖຸ​ນາ​ນີ້, ທ່ານຢ​ວີ້​ຮົງ​ຊິວ ຫົວ​ໜ້າ​​ໜ່ວຍ​ກວດ​ກາ​ຂອງ​ຄະ​ນະ​ກວດ​ກາ​​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ປະ​ຈຳ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ສູນ​ກາງ​ພັກ​ຢ້ຽມ​ຢາມ​ຣັດ​ເຊຍ, ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ຫົວ​ໜ້າ​ກົມວຽກ​ງານ​ລັດ​ຖະ​ກິດ ແລະ ວຽກ​ງານ​ພະ​ນັກ​ງານ​ແຫ່ງ​ຊາດປະ​ທ​າ​ນາ​ທິ​ບໍ​ດີ​ສະ​ຫະ​ພັນ​ຣັດ​ເຊຍ, ໄດ້​ພົບ​ປະ​ຜູ້​ນຳ​ພັກ​ຣັດ​ເຊຍ​ເອ​ກະ​ພາບ, ​ຢ້ຽມ​ຢາມ​ອົງ​ການ​ຄົ້ນ​ຄວ້າ ແລະ ຝຶກ​ອົບ​ຮົມ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານ​ຣັດ​ເຊຍ ແລະ ອື່ນໆ ພ້ອມ​ທັງ​ປາ​ຖະ​ກະ​ຖາແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ແລະ ຜົນ​ສຳ​ເລັດ​​ແຫ່ງ​ການ​ປະ​ຕິ​ຮູບ ແລະ ໄຂ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນໃນ 40 ປີ​ຜ່ານ​ມ​າ​ຢ່າງ​ຮອບ​ດ້ານ. ນອກ​ນີ້, ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດເຫັນ​ກ່ຽວ​ກັບ​ວຽກ​ງານກວດ​ກາ​ວິ​ໄນ ແລະ ການ​ຄຸ້ມ​ຄອງ​ພະ​ນັກ​ງານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ