ສະ​ຫະ​ພາບ​ເອີ​​ຣົບ​ອະ​ນຸ​ມັດ​ເກັບ​ພາ​ສີ​ເພີ່ມ​ຕື່ມ​ຕໍ່​ຜະ​ລິດ​ຕະ​ພັນ​ນຳ​ເຂົ້າ​ຈາກ​ອາ​ເມ​ຣິ​ກາ
2018-06-07 16:06:28  cri 
ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 6 ມິ​ຖຸ​ນາ​ນີ້​ວ່າ, ເພື່ອ​ຕອບ​ໂຕ້​ອາ​ເມ​ຣິ​ກາ​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ​ແລະອາ​ລຸຍ​​ມີນຽມ​ຂອງສະ​ຫະ​ພາ​ບ​ເອີ​ຣົບ, ມື້​ດຽວ​ກັນ, ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​​ເຫັນ​ດີ​ເກັບ​ພ​າ​ສີ​ເພີ່ມ​ຕື່ມ​ຕໍ່​ຜະ​ລິດ​ຕະ​ພັນ​​ຂອງອາ​ເມ​ຣິ​ກາ​ທຸກ​ຢ່າງ​ທີ່​ໄດ້​ແຈ້ງ​​ຕໍ່​ອົງ​ການ​ການ​ຄ້າ​ໂລກ ຫຼື WTO ມາ​ກ່ອນ ແລະ ເລີ່ມ​ເກັບ​ແຕ່​ເດືອນ​ກໍ​ລະ​ກົດ​ປີ​ນີ້​ເປັນ​ຕົ້ນ​ໄປ.

ຖະ​ແຫຼງ​ການ​​ຂອງສະ​ຫະ​ພາ​ບ​ເອີ​ຣົບ​ຂຽນ​ວ່າ, ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາ​ບ​ເອີ​ຣົບ​ຈະ​ສຳ​ເລັດ​ຂັ້ນ​ຕອນ​ຕ່າງໆ​ກັບ​ປະ​ເທດ​ສະ​ມາ​ຊິກ​ກ່ອນ​ທ້າຍ​ເດືອນ​ນີ້ ເພື່ອ​ເລີ່ມ​​ປະ​ຕິ​ບັດມາດ​ຕະ​ການ​​ເກັບ​ພາ​ສີໃໝ່ໃນ​ເດືອນ​ກໍ​ລະ​ກົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ