ອົງ​ການFAOຊຸກ​ຍູ້​ປະ​ຊາ​ຄົມ​ໂລກຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
2018-06-08 14:46:01  cri 

ຂ່າວ​ສານ​ຊິນ​ຮ​ວາ​ລາຍ​ງານ​ວ່າ: ກອງ​ປະ​ຊຸມ​ສະ​ພາ​ມົນ​ຕີອົງ​ການ​ອາ​ຫານ​ແລະ​ການ​ກະ​ເສດ​ສະ​ຫະ​ປະ​ຊາ​ຊາດຫຼື​FAOສະ​ໄໝ​ທີ 159 ໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ນີ້​ທີ່​ຕັ້ງ​ຢູ່​ນະ​ຄອນ​ໂຣມ​ປະ​ເທດ​ອີ​ຕາ​ລີ. ຜູ້​ຕາງ​ໜ້າ​ຖາ​ວອນ​ປະ​ເທດ​ສະ​ມາ​ຊິກ​ແລະ​ຜູ້​ແທນ​ສະ​ພາ​ມົນ​ຕີ​ອົງ​ການFAO​ປະ​ມານ 300 ທ່ານ​ໄດ້​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ "ລຶບ​ລ້າງ​ຄວາມ​ທຸກ​ຍາກ​ກັບ​ຄວາມ​ອຶດ​ຫິວ,ຮັບ​ປະ​ກັນ​ສິດ​ທິ​ສະ​ບຽງ​ອາ​ຫານ". ທ່ານ​ນິວ​ຕຸ້ນ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການFAO​ກ່າວ​ວ່າ: ຈີນ​ຕັ້ງ​ໜ້າເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາ​ກົນແລະ​ປະ​ກອບ​ສ່ວນ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ ຂະ​ນະ​ດຽວ​ກັນ, ປະ​ເທດ​ຕົນ​ກໍ​ໄດ້​ມີ​ການ​ພັດ​ທະ​ນາ​ເຊັ່ນ​ກັນ. ມາ​ເຖິງ​ປັດ​ຈຸ​ບັນ, ຈີນ​ໄດ້​ສົ່ງ​​ຜູ້ຊ່ຽວ​ຊານ​ແລ​ະ​ເຕັກ​ນິກວິ​ຊາ​ການຫຼາຍກວ່າ 1000 ຄົນ​ໄປ​ອາ​ຟ​ຣິກ​ກາ,ອາ​ຊີ,ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ໃຕ້,ທະ​ວີບ​ອາ​ເມ​ຣິ​ກາ​ລາ​ຕິນ​ແລະ​ພາກ​ພື້ນ​ກາ​ລາ​ອິບ​ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ໃນ​ພາກ​ພື້ນ​ເຫຼົ່າ​ນີ້​ຍົກ​ສູງ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ແລະ​ທາດ​ບຳ​ລຸງ​ຂອງ​ປະ​ຊາ​ຊົນ.

ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ຜູ້​ຕາງ​ໜ້າ​ຈາກ​ອົງ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ​ຈີນ,ກາ​ນາ,ເຄນ​ຢາ,ເຊ​ເນ​​ການ​ແລະ​ສາ​ທາ​ລະ​ນະລັດ​ຈາດ​ໄດ້​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບມາດ​ຕະ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແລະ​ຄວາມ​ອຶດ​ຫິວ​ຂອງ​ແຕ່​ລະ​ປະ​ເທດ​ກໍ​ຄື​ສິ່ງ​ທ້າ​ທາຍ​ທີ່​ກຳ​ລັງ​ຜະ​ເຊີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ