ທ່ານປູ​ຕິນ​ກ່າວ​ວ່າ ຣັດ​ເຊຍ​​ຍັງບໍ່​ຟ້າວຟັ່ງ​ທີ່​ຈະ​ຟື້ນ​ຟູ​ສາຍ​ພົວ​ພັນ​ກັບ​ປະ​ເທດ​ຕາ​ເວັນ​ຕົກ
2018-06-08 16:28:22  cri 
ລາຍ​ການ​ໂທ​ລະ​ພາບ​ຖ່າຍ​ທອດ​ສົດ "ໂທ​ລະ​ສັບ​ລົມ​ກັບ​ທ່ານ​ປູ​ຕິນ​ໂດຍ​ກົງ"​ຄັ້ງ​ທີ 16 ໄດ້​ອອກ​ອາ​ກາດ​ຢູ່​ຣັດ​ເຊຍ​ໃນ​ວັນ​ທີ 7 ມິ​ຖຸ​ນາ​ນີ້, ທ່ານ​​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ຕອບ​ຄຳ​ຖາມ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ນະ​ໂຍ​ບາຍ​ພາຍ​ໃນ​ແລະ ຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ​ແລະ​ອື່ນໆ. ທ່ານ​ປູ​ຕິນ​ຢືນ​ຢັນ​ວ່າ ຣັດ​ເຊຍ​ຍັງ​ບໍ່​ຟ້າວ​ຟັ່ງ​ທີ່​ຈະ​ຟື້ນ​ຟູ​ສາຍ​ພົວ​ພັນ​ກັບ​ປະ​ເທດ​ຕາ​ເວັນ​ຕົກ, ແລະ​ກອງ​ທະ​ຫານ​ຣັດ​ເຊຍ​ກໍ​ຈະ​ບໍ່​ຖອນ​ອອກ​ຈາກ​ຊີ​ຣີ​ໃນ​ໄລ​ຍະ​ມໍ່ໆ​ນີ້.
ທ່ານ​ປູ​ຕິນ​ກ່າວ​ວ່າ: ຕົນ​ບໍ່​ໄດ້​ຄາດ​ຄະ​ເນ​​ໃຫ້​ຣັດ​ເຊຍ​ຟື້ນ​ຟູ​ສາຍ​ພົວ​ພັນ​ກັບ​ປະ​ເທດ​ຕາ​ເວັນ​ຕົກ​​ຄືນເປັນ​ປົກ​ກະ​ຕິ, ສິ່ງ​ທີ່​ຣັດ​ເຊຍ​ຄວນ​ເຮັດ​ນັ້ນ​ຄື: ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ຕົນ. ປະ​ເທດ​ຕາ​ເວັນ​ຕົກ​ຈະ​ຄ່ອຍໆ​ຮັບ​ຮູ້​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ສ້າງ​ສາຍ​ພົວ​ພັນ​ປົກ​ກະ​ຕິ​ກັບ​ຣັດ​ເຊຍ. ທ່ານ​ປູ​ຕິນ​ຊີ້​ອອກວ່າ: ກອງ​ທະ​ຫານ​ຣັດ​ເຊຍ​ຈະ​ບໍ່​ຖອນ​ອອກ​ຈາກ​ຊີ​ຣີ​ພາຍ​ໃນ​ໄລ​ຍະ​ມໍ່ໆ​ນີ້ ແລະ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຂອງ​ຣັດ​ເຊຍ​ຢູ່​ຊີ​ຣີ​ໄດ້​ປັບ​ປຸງ​ສະ​ພາບ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ນີ້​ໃຫ້​ດີ​ຂຶ້ນ.

ລາຍ​ການ​ຖ່າຍ​ທອດ​ສົດດັ່ງ​ກ່າວ​ໄດ້​ເລີ່ມ​ຈັດ​ຂຶ້ນ​ມາ​ແຕ່​ປີ 2001 ໂດຍ​ໃຫ້​ທ່ານ​ປູ​ຕິນສົນ​ທະ​ນາ​ໂດຍ​ກົງ​ກັບ​ປະ​ຊາ​ຊົນ​ຜ່ານ​ທາງ​ໂທ​ລະ​ສັບ ແລະ​ຕອບ​ຄຳ​ຖາມ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ບັນ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະ​ບັນ​ຫາ​ການ​ບໍ​ລິ​ຫານ​ປະ​ເທດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ