ກອງ​ປະຊຸມ​ໃຫຍ່ ສປຊ ຈະ​ເລືອກ​ຕັ້ງປະ​ເທດ​ສະມາຊິກ​ບໍ່​ຖາວອນ​ໃນ​ສະພາ​ຄວາມ​ໝັ້ນຄົງ
2018-06-08 16:26:54  cri 

ທ່ານ​ເປຣນ​ເດນ ວາ​ມາ ​ໂຄສົກ​ປະທານ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງທີ 72 ກ່າວ​ໃນ​ວັນ​ທີ 7 ມິຖຸນາ​ນີ້​ວ່າ: ກອງ​ປະຊຸມ​ສະມັດຊາໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ກຳນົດ​ຈະ​ເລືອກ​ຕັ້ງ 5 ປະ​ເທດ​ສະມາຊິກບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ໃນ​ວັນ​ທີ 8 ມິຖຸນາ​ນີ້ ​ເພື່ອ​ເຂົ້າ​ປ່ຽນແທນ 5 ປະ​ເທດ​ສະມາຊິກ​ທີ່​ຈະ​ໝົດ​ອາຍຸ​ການ​ໃນ​ທ້າຍ​ປີ​ນີ້.

ທ່ານ​ວາ​ມາ ກ່າວ​ຕື່ມວ່າ: ປັດຈຸບັນ, ​ມີ 6 ປະ​ເທດ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງດັ່ງກ່າວ ​ແລະ​ເນື່ອງ​ຈາກທີ່​ນັ່ງ​ປະ​ເທດ​ສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ໄດ້​ແບ່ງປັນຕາມ​​ແຕ່​ລະພາກ​ພື້ນ ສະນັ້ນ, ​ແບນຊິກ, ​ເຢຍລະ​ມັນ, ​ໂດ​ມີ​ນີກັນ ​ແລະ ອາ​ຟຣິກາ​ໃຕ້​ຈະ​ບໍ່​ມີ​ຄູ່​ແຂ່ງ, ອິນ​ໂດ​ເນ​ເຊຍ ​ແລະ ມານດິຟຈະ​ແຂ່ງຂັນ​ທີ່​ນັ່ງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.

ອີງ​ຕາມ​ລະບຽບ​ການ​​ແຂ່ງຂັນເລືອກ​ຕັ້ງ, ປະ​ເທດ​ສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ຈະໃຫ້​ກອງປະ​ຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ປ່ອນ​ບັດປິດ​ລັບ​ເລືອກ​ຕັ້ງ ​ແລະ ບໍ່​ວ່າ​ຈະ​ມີ​ຄູ່​ແຂ່ງຫຼືບໍ່​ກໍ​ຕາມ, ປະ​ເທດ​ສະໝັກ​ຮັບ​ເລືອກ​ຕັ້ງຕ່າງໆ​ຕ້ອງ​ໄດ້​ຮັບ​ບັດ​ເລືອກ​ຕັ້ງຢ່າງ​ໜ້ອຍ 2/3 ຈຶ່ງ​ນັບ​ວ່າ​ໄດ້​ຮັບ​​ເ​ລື​ອກຕັ້ງ. ຂະນະ​ທີ່ 5 ປະ​ເທດ​ສະມາຊິກ​ບໍ່​ຖາວອນ​ທີ່​ຈະ​ເລືອກ​ຕັ້ງ​ໃນ​ວັນ​ທີ 8 ມິຖຸນາ​ນີ້ ຈະ​ເຂົ້າປ່ຽນ​ແທນ​ໂບລີ​ວີ, ​ເອທີ​ໂອ​ປີ, ກາ​ຊັກ​ສະຖານ, ​ໂຮ​ນລັງ ​ແລະ ຊູ​ແອັດ ນັບ​ແຕ່​ວັນ​ທີ 1 ມັງກອນ​ປີ 2019 ​ເປັນຕົ້ນ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ