ຈີນ ​ແລະ​​ ​ອິນ​ໂດ​ເນ​ເຊຍ​ເຊັນ​ສັນຍາ​ອອກ​ອາກາດ "​ໂຮງ​ລະຄອນ​ຈີນ"
2018-06-08 16:31:55  cri 

ສະຖານີ​ວິທະຍຸ-​ໂທລະພາບ​ສູນ​ກາງ​ຈີນ ​ແລະ ​​ໂທລະພາບ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ການ​ອອກ​ອາກາດ "​ໂຮງ​ລະຄອນ​ຈີນ" ​ໃນວັນ​ທີ 7 ມິຖຸນາ​ນີ້ ຢູ່​ນະຄອນຫຼວງຈາ​ກາ​ຕາ ​ແລະ ອີງ​ຕາມ​ສັນຍາ​ດັ່ງກ່າວ, ​ໂທລະພາບ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ຈະ​ອອກ​ອາກາດ​ລະຄອນ​ໂທລະພາບ​ຈີນ​ເລື່ອງ "ຂົນ​ໄກ່​ປິວ​ຂຶ້ນຟ້າ" ​ແລະ​ໂທລະພາບ​ກາ​ຕູນ​ເລື່ອງ "ໝີ​ແພນ​ດາ​ຈີນ" ​ເຊິ່ງ​ແມ່ນ​ສະ​ຖາ​ນີ​ວິທະ​ຍຸ-ໂທລະພາບສູນ​ກາງ​ຈີນ​ພາກ​ເປັນ​ພາສາ​ອິນ​ໂດ​ເນ​ເຊຍ.

ທ່ານ​ໂຈ່​ວປິ່ນ ທີ່​ປຶກສາ​ດ້ານ​ວັດທະນະທຳ​ສະຖານທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ, ທ່ານ​ຫູ​ມູ້ ຫົວໜ້າ​ຄະນະ​ຜູ້​ແທນ​ສະຖານີ​ວິທະຍຸ-​ໂທລະພາບ​ສູນ​ກາງ​ຈີນ, ທ່ານ​ເຮ​ນມີ ຢາ​ຢາ ຜູ້ອຳນວຍການ​ໃຫຍ່​ໂທລະພາບ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ ​ແລະ ທ່ານ​ອານ ບູຊີຣາ ບັສ​ເນີ ຫົວໜ້າ​ກົມການ​ຂ່າວ​ແລະ​ການ​ຕ່າງປະ​ເທດ​ເພື່ອ​ປະຊາຊົນ ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊ​ຍ ພ້ອມ​ດ້ວຍ​ຜູ້​ແທນ​ສື່​ມວນ​ຊົນ​ຈີນ ​ແລະ​ອິນ​ໂດ​ເນ​ເຊຍ ທັງ​ໝົດ 50 ກວ່າ​ທ່ານ​ເຂົ້າຮ່ວມ​ພິທີ​ລົງ​ນາມ​ສັນຍາ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ