ບົດ​ລາຍ​ງານ​ການ​ພັດທະນາ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ"
2018-06-08 17:34:05  cri 
ວັນ​ທີ 7 ມິຖຸນາ​ນີ້, ສະພາ​ການ​ຄ້າຮັບ​ເໝົາ​ໂຄງການ​ຕ່າງ​ປະ​ເທດຂອງ​ຈີນ​ໄດ້​ຈັດ​ "​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ລົງທຶນ ​ແລະ​ການ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ສາ​ກົນ​ຄັ້ງ​ທີ 9" ​ແລະ​ໄດ້​​ເຜີຍ​ແຜ່ "ດັດຊະນີການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ທີ່ຢູ່ຕາມ 'ໜຶ່ງ​ແລວໜຶ່ງ​ເສັ້ນທາງ'​ (2018)" ​ແລະ "ບົດ​ວິ​ເຄາະດັດຊະນີ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງຂອງ​ປະ​ເທດ​ທີ່ຢູ່ຕາມ 'ໜຶ່ງ​ແລວໜຶ່ງ​ເສັ້ນທາງ'​ ​(2018)". ຜົນການ​ຄົ້ນຄວ້າຄືປະ​ເທດ​ອິນ​ໂດ​ເນ​ເຊຍ, ສິງ​ກະ​ໂປ, ປາ​ກິດ​ສະຖານ, ຣັດ​ເຊຍ ​ແລະ​ຫວຽດນາມ​ໄດ້​ຖືກ​ຈັດ​ຢູ່​ໃນ​ແຖວໜ້າ 5 ອັນ​ດັບຕາມ​ລຳດັບ.
ດັດຊະນີລວມຂອງ​ການ​ພັດທະນາ​ພື້ນຖານ​ໂຄງລ່າງ​ຂອງ​ປະ​ເທດ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ໃນ​ປີ 2018 ​ແມ່ນ 124 ​ເຊິ່ງ​ໄດ້​ສ້າງ​ສະ​ຖິຕິ​ໃໝ່. ອິນ​ໂດ​ເນ​ເຊຍຖືກ​ຈັດ​ຢູ່ອັນ​ດັບ​ 1 ​ສອງ​ປີ​ລຽນຕິດ ​ແລະດັດຊະນີ​ສິ່ງ​ແວດ​ລ້ອມ​, ຄວາມສາມາດ​ປົ່ມຊ້ອນ ​ແລະ​ທ່າ​ແຮງ​ການ​ພັດທະນາ​ລ້ວນ​ແຕ່​ຢູ່​ແຖວ​ໜ້າ. ​ໃນ "ດັດຊະນີ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ທີ່ໃຊ້​ພາສາ​ປອກຕຸຍ​ການ", ​ເບຼຊິນ​, ປອກຕຸຍ​ການ ​ແລະ​ອັງ​ໂກລາ​ໄວ້​ຢູ່​​ແຖວ​ໜ້າ​ທີ 3.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ