ຊິ​ມບັບ​ເວ​ໃຫ້​ວີຊາ​ກັບ​ດ່ານ​ຕໍ່​ນັກ​ທ່ອງ​ທ່ຽວຈີນ​ແຕ່​ວັນ​ທີ 1 ກໍລະ​ກົດ​ນີ້​ເປັນ​ຕົ້ນ​ໄປ
2018-06-08 17:34:44  cri 
ວັນ​ທີ 7 ມິຖຸນາ​ນີ້, ທ່ານ​ໂອ​​ເປິ​ດ ມູພໍ​ຟູ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຊິ​ມບັບ​ເວ​ປະກາດ​ວ່າ: ນັບ​ແຕ່​ວັນ​ທີ 1 ກໍລະກົດ​ນີ້​ເ​ປັນ​ຕົ້ນ​ໄປ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ທ່ຽວຊົ​ມຢູ່​ຊິ​ມບັບ​ເວ, ບໍ່​ວ່າ​​ເດີນທາງ​ແບບ​ຄະນະ ຫຼື ​ແບບບຸກຄົນ ກໍ​ສາມາດ​​ໄດ້​ວີຊາ​ກັບ​ດ່ານ. ທ່ານ​ສະ​ແດງ​ຄວາມ​ເຊື່ອ​ວ່າ ນະ​ໂຍບາຍ​ນີ້​ຈະມີ​ຜົນ​ດີ​ຕໍ່​ປະຊາຊົນ​ສອງ​ຊາດ.
ປັດຈະ​ບັນ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ​ຕ້ອງ​ເຂົ້າ​ໄປ​ເປັນ​ກຸ່ມທ່ອງທ່ຽວ​ຈຶ່ງ​ສາມາດ​ໄປ​ທ່ຽວ​ຢູ່​ຊິ​ມບັບ​ເວ​ໄດ້ ​ແລະ​ບໍລິສັດທ່ອງ​ທ່ຽວຈີນ​ຕ້ອງ​​ໄດ້ຮັບ​ອະນຸຍາດ​ຈາກ​ຝ່າຍ​ຊິ​ມບັບ​ເວ​ສາກ່ອນຈຶ່ງສາມາດ​ຮັບ​ວີຊາ​ກັບ​ດ່ານ​ໄດ້. ຖ້າ​ບໍ່​ດັ່ງ​ນັ້ນ, ຈະ​ຕ້ອງ​ຂໍວີຊາ​ຊິ​ມບັບ​ເວ​​ພ​າຍ​ໃນ​ປະ​ເທດ​ຈີນ​ແບບ​ເມື່ອ​ກ່ອນ. ທ່ານ​ຮວາງ​ພີ​ງ ​ເອກ​ອັກຄະ​ລັດຖະທູ​ດຈີນ​ປະຈຳ​ຊິ​ມບັບ​ເວ​ກ່າວ​ວ່າ: ນະ​ໂຍບາຍ​ວີຊາ​ໃໝ່​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ​ແລະ​ຜູ້​ລົງທຶນ​ຈາກ​ຈີນ​ຫຼາຍ​ກວ່າ​ເກົ່າ ​ເຊິ່ງຈະ​ສົ່ງ​ເສີມ​ການ​ພັດທະນາ​ຂອງ​ຊິ​ມບັບ​ເວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ