ເລ​ຂາ​ທິ​ການ​​ໃຫຍ່​ລັດ​ຖະ​ບານ​ຈີນ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ເງິນ​ສິງ​ກະ​ໂປ
2018-06-08 10:04:43  cri 
ວັນ​ທີ 6 ມິ​ຖຸ​ນາ​ນີ້, ຢູ່ນ​ະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​​ຊຽວ​ເຈ໋ຍ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ເລ​ຂາ​ທິ​ການ​​ໃຫຍ່​ລັດ​ຖະ​ບານ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ແຮງ​​ສະວີ​ກີດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສິງ​ກະ​ໂປ.

ທ່ານ​ຊຽວ​ເຈ໋ຍ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ສິງ​ກະ​ໂປ ໂດຍ​ກ່າວ​ວ່າ, ສອງ​ຝ່າຍ​ຄວນ​ອີງ​ຕາມ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ, ຮ່ວມ​ກັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ 3 ດ້ານ ຄື ການ​ເຊື່ອມ​ຈອດ​ກັນ, ເປັນ​ເສົາ​ຄ້ຳ​ດ້ານ​ການ​ທະ​ນາ​ຄານ ແລະ ການ​ຮ່ວມ​ມື 3 ຝ່າຍ ພາ​ຍ​ໃຕ້​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ເພີ່ມ​ກຳ​ລັງ​ຊຸກ​ດັນ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ ແລະ ການ​ຮ່ວມ​ມື​ພາກ​ພື້ນ.

ທ່ານ​ແຮງ​​ສະວີ​ກີດ ກ່າວ​ວ່າ, ສິງ​ກະ​ໂປ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ລົງ​ເລິກ​ການ​ແລກ​ປ່ຽນ​ດ້ານ​ນະ​ໂຍ​ບາຍ​ກັບ​ຈີນ, ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ດ້ານ​ສິ່ງ​ກໍ່​ສ້າງ, ດ້ານ​ການ​ຄ້າ ແລະ ດ້ານ​ທຶນ​ຮອນ ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.

ສອງ​ຝ່າຍ​ຍັງ​ໄດ້​ແລ​ກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​​ການ​ປັບ​ປຸງສະ​ພາບ​ແວດ​ລ້ອມ​ທຸ​ລະ​ກິດ​ການ​ຄ້າ​ໃຫ້​ດີ​ຂຶ້ນ. ທ່ານ​ຊຽວ​ເຈ໋ຍ​ຍັງ​ໄດ້​​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ທີ່​ລັດ​ຖະ​ບານ​ຈີນ​ປະ​ຕິ​ບັດ​ໃນ​ດ້ານ​ນີ້​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ