ກຸ່ມນາ​ໂຕ​ຈະ​ສ້າງ​ຕັ້ງ​ກອງ​ບັນ​ຊາ​ການ​ໃໝ່​ຢູ່​ອາ​ເມ​ຣິ​ກາ ແລະ ເຢຍ​ລະ​ມັນ
2018-06-08 10:07:20  cri 
ວັນ​ທີ 7 ມິ​ຖຸ​ນາ​ນີ້, ຢູ່​ນະ​ຄອນຫຼວງບ​ຣຸກ​ແຊນ​ປະ​ເທດ​ແບນ​ຊິກ, ທ່ານ​ເຈນ ສະ​ໂຕນ​ເຕນ​ເບີກ ເລ​ຂາ​ທິ​ການ​ໃຫຍ່​ກຸ່ມ​ນາ​ໂຕ​ປະ​ກາດ​ວ່າ, ກຸ່ມນາ​ໂຕ​ຈະ​ສ້າງ​ຕັ້ງ​ກອງ​ບັນ​ຊາ​ການ​ໃໝ່​ຢູ່​ອາ​ເມ​ຣິ​ກາ ແລະ ເຢຍ​ລະ​ມັນ.

ທ່ານ​ສະ​ໂຕນເຕນ​ເບີກ​ໄດ້​ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຫຼັງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທ​ດ​ກຸ່ມ​ນາ​ໂຕ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ກອງ​ບັນ​ຊາ​ການ​ຮ່ວມ​ມະ​ຫາ​ສະ​ມຸດ​ອັດ​ລັງ​ຕິກ​ຈະ​ສ້າງ​ຕັ້ງ​ຢູ່​ເມືອງ​ນັອກ​ໂຟນ​ລັດ​ເວີ​ຈີ​ເນຍ​ປະ​ເທດ​ອາ​ເມ​ຣິ​ກາ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ຊ່ອງ​ທາງ​ທະ​ເລ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ເໜືອ​ກັບ​ເອີ​ຣົບ; ອີກ​ແຫ່ງ​ໜຶ່ງ​ຈະ​ສ້າງ​ຕັ້ງ​ຢູ່​ເມືອງ​ອູມ​ປະ​ເທດ​ເຢຍ​ລະ​ມັນ ເພື່ອ​ເປັນ​ການ​ສະ​ໜັບ​ສະ​ໜູນ​​ດ້ານພະ​ລາ​ທິ​ການ ແລະ ການ​ຈັດ​ສັນ​ທາງ​ການ​ທະ​ຫານ​ຂອງ​ເອີ​ຣົບ. ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ຍັງ​ເຫັນ​ດີ​ເພີ່ມ​ຈຳ​ນວນ​ທະ​ຫານ 1.200 ຄົນ​ໃຫ້​ແກ່​ກອງ​ບັນ​ຊາ​ການ​ທະ​ຫານ. ກອງ​ບັນ​ຊາ​ການ​ໃໝ່​ຍັງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຈັດ​ສັນ​ທະ​ຫານ​ຢູ່​ເອີ​ຣົບ ແລະ ຂ້າມ​ມະ​ຫາ​ສະ​ມຸດ​ອັດ​ລັງ​ຕິກ​ຂອງ​ກຸ່ມ​ນາ​ໂຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ