8 ປະ​ເທດ​ສະ​ມາ​ຊິກ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ເປັນ​ຄັ້ງ​ທຳ​ອິດ
2018-06-08 14:57:01  cri 
ກອງ​ປະ​ຊຸມ​ຄັ້ງ​ທີ 18 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊິ່ງ​ຕາວ​ແຂວງ​​ຊ່ານ​ຕຸ່ງ​ຈີນ​ແຕ່​ວັນ​ທີ 9 ຫາ 10 ມິ​ຖຸ​ນາ​ນີ້ ເຊິ່ງ​ເປັນ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ ພາຍຫຼັງ​ອົງ​ການ​ດັ່ງ​ກ່າວ​ໄດ້​ຮັບ​ປະ​ເທດສະ​ມາ​ຊິກ​ໃໝ່.
ວັນ​ທີ 15 ມິ​ຖຸ​ນາ​ປີ​ຜ່ານ​ມາ​ນີ້, ອິນ​ເດຍ ແລະ ປາ​ກິ​ສະ​ຖານ​ໄດ້​ເຂົ້າ​ເປັນ​ປະ​ເທດ​ພາ​ຄີ​​ສົມ​ບູນຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ເຊິ່ງ​​ອົງ​ການ​ດັ່ງ​ກ່າວ​ໄດ້​ຮັບ​ເອົາ​ປະ​ເທດ​ສະ​ມາ​ຊິກ​ໃໝ່​ເປັນ​ຄັ້ງ​ທຳ​ອິດ.

ທ່ານ​ໂລ​ຈ້າວ​ຮຸ່ຍ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອິນ​ເດຍ​ເຫັນ​ວ່າ, ພາຍຫຼັງ​ອິນ​ເດຍ ແລະ ປາ​ກິ​ສະ​ຖານ​ເຂົ້າ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ແລ້ວ, ດິນ​ແດນ​ຂອງ 8 ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວ​ມ​ມື​ຊຽງ​ໄຮ​​ຈາກ​ຂົ້ວ​ໂລກ​ເໜືອ​ຈົນ​ເຖິງ​ມະ​ຫາ​ສະ​ມຸດ​ອິນ​ເດຍ ​ໄດ້​ກວ​ມ​ 3 ສ່ວນ 5 ຂອງ​ເນື້ອ​ທີ່​ທັງ​ໝົດ​ຂອງ​ທະ​ວີບ​ອາ​ຊີ-ເອີ​ຣົບ, ມີ​ພົນ​ລະ​ເມືອງຫຼາຍກວ່າ 3,1 ຕື້​ຄົນ ແລະ ​​ລວມຍອດຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ມີຫຼາຍກວ່າ 17.000 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ເຮັດ​ໃຫ້​ອົງ​ການ​ດັ່ງ​ກ່າວ​ກາຍ​ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່​ມີ​ອິດ​ທິ​ພົນ​ໃນ​ເວ​ທີ​ສາ​ກົນ. ອາດ​ເວົ້າ​ໄດ້​ວ່າ, ການ​ຮັບ​ປະ​ເທດ​ສະ​ມາ​ຊິກ​ໃໝ່​ໄດ້​ເພີ່ມ​ກຳ​ລັງ​ຊຸກ​ດັນ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ.

ທ່ານ​ຣາ​ຊິດ ອາ​ລີ​ມົ​ຟ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ເຫັນ​ວ່າ, ອິນ​ເດຍ ແລະ ປາ​ກິ​ສະ​ຖານ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມືອົງ​ການ​ຮ່ວ​ມ​ມື​ຊຽງ​ໄຮ ຈະ​ເຮັດ​ໃຫ້​ອົງ​ການ​ດັ່ງ​ກ່າວ​ມີ​ລັກ​ສະ​ນະ​ກວ້າງ​ຂວາງກວ່າ​ເກົ່າ ແລະ ຈະ​ມີ​ອິດ​ທິ​ພົນ​ສາ​ກົນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ