ບໍລິສັດຫົວເຫວີຍ ເລີ່ມຕົ້ນດຳເນີນໂຄງການ  ແນວ​ພັນ​ອະ​ນາ​ຄົດ ຢູ່ປະເທດລາວ
2018-06-09 14:15:12  cri 


ໃນວັນທີ 8 ເດືອນ ມິຖຸນານີ້, ບໍລິສັດຫົວເຫວີຍໄດ້ຈັດພິທີຖະແຫຼງຂ່າວການຈັດກິດຈະກໍາ ​ແນວ​ພັນ​ອະ​ນາ​ຄົດຢູ່ຫ້ອງການຫົວເຫວີຍລາວ, ນະຄອນຫຼວງວຽງຈັນໂດຍໄດ້ຮັບກຽດເຂົ້າ ຮ່ວມມີທ່ານ ນາງ ແສງເດືອນ ຫລ້າຈັນທະບູນ  ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວາງ ເວີນ ທຽນ  ເອກ​ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ວາງ ສີ  ປະທານ ບໍລິສັດ ຫົວເຫວີຍ ປະຈຳລາວ.



​ບໍ​ລິ​ສັດຫົວເຫວີຍໄດ້ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ເພື່ອເລີ່ມດຳເນີນໂຄງ ການ​ແນວ​ພັນ​ອະ​ນາ​ຄົດຢູ່ປະເທດລາວເຊິ່ງເປັນໂຄງການພັດທະນາບຸກຄະລາກອນເຍົາວະ ຊົນທາງດ້ານ IT ແລະ ໂທລະຄົມມະນາຄົມໃນທົ່ວໂລກ. ປະຈຸບັນ ບໍລິສັດຫົວເຫວີຍ ເທັກໂນໂລຍີ່ ໄດ້ປະຕິບັດໂຄງການດັ່ງກ່າວໃນຫຼາຍປະເທດເຊັ່ນ: ເຢຍລະມັນ, ຮົງກາລີ, ຝຣັ່ງ, ອາກ​ຊັງ​ຕິນ ແລະ ປະເທດອື່ນໆ. ປີນີ້ ບໍລິສັດຫົວເຫວີຍປະຈຳລາວຈະໄດ້ຈັດຕັ້ງ ປະຕິບັດໂຄງການດັ່ງກ່າວຢູ່ປະເທດລາວເພື່ອເປັນການສ້າງ ແລະ ພັດທະນາບຸກຄະລາ ກອນເຍົາວະຊົນຂອງລາວໃຫ້ມີຄຸນນະພາບເພື່ອນຳໃຊ້ໃນການພັດທະນາປະເທດຊາດໃນອານາຄົດ.



ໃນໄລຍະເວລາຮ່ວມທັດສະນະສຶກສາ, ນັກສຶກສາ ຈະໄດ້ມີປະສົບການດ້ານວັດທະນາທຳ ພື້ນເມືອງຈີນ ແລະ ໄດ້ຮຽນຮູ້ຈາກບັນດາຫລັກສູດການຝຶກອົບຮົມ ເປັນຕົ້ນແມ່ນ ເຊັ່ນວ່າ: 5G, LTE, ແລະ cloud (cloud computing), ແລະມີການປະຕິບັດກັບທີ່ຢູ່ໃນຫ້ອງ ທົດລອງທີ່ກ້າວໜ້າທີ່ສຸດຂອງສຳນັກງານໃຫຍ່ຫົວເຫວີຍໃນນະ​ຄອນເຊິນເຈິນປະເທດຈີນ.


ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ