ເຊັນບົດບັນທຶກ​ຄວາມ​ເຂົ້າ​ໃຮ​ ເພື່ອສຶກສາຄວາມເປັນໄປໄດ້​ຂອງໂຄງການພັດທະນາແຫຼ່ງທ່ອງທ່ຽວເມືອງວັງວຽງ
2018-06-09 14:59:37  cri 

ວັນທີ 8 ມິຖຸນາ 2018ນີ້, ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU  ເພື່ອສຶກສາຄວາມເປັນໄປໄດ້ ໂຄງການພັດທະນາ
ແຫຼ່ງທ່ອງທ່ຽວຢູ່​ຟາກຕາເວັນຕົກຂອງສາຍນໍ້າຊອງ, ເມືອງວັງວຽງ ແຂວງວຽງຈັນ. ໂດຍ​ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ສປປ
ລາວ, ມີທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ຖາງ​ຊິນ​ສວນ ປະທານບໍລິສັດ   Ample Ray
(Hongkong) Limited ສປ. ຈີນ,   ທ່ານ ລີ ຂ່າຍ ຜູ້ອໍານວຍການບໍລິສັດ IHC ຈໍາກັດ,     ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງແຂວງວຽງຈັນ,
ບັນດາແຂກທີ່ເຊີນ ແລະ ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຖາງ ຊິນສວນ ຜູ້ອໍານວຍການ ບໍລິສັດ Ample Ray (Hongkong) ​ຈຳ​ກັດ ກ່າວວ່າ: ໂຄງການພັດທະນາແຫຼ່ງທ່ອງທ່ຽວ
ວັງວຽງ ແມ່ນໂຄງການຮ່ວມມືລະຫວ່າງ ບໍລິສັດ Ample Ray (Hongkong) ​ຈຳ​ກັດ ກັບ ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງ
ເຂື່ອນໄຟຟ້າ ຈໍາກັດຜູ້ດຽວ (IHC) ໃນນາມເປັນຜູ້ລົງທຶນ. ເຊິ່ງເປັນໂຄງການລົງທຶນຂະໜາດໃຫຍ່

ທີ່ລັດຖະບານລາວໄດ້ອະນຸມັດໃຫ້ສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານການທ່ອງທ່ຽວຢູ່ຟາກຕາເວັນຕົກຂອງສາຍນໍ້າຊອງ ເມືອງວັງວຽງ
ແຂວງວຽງຈັນ ເພື່ອເປັນຈຸດດຶງດູດນັກທ່ອງທ່ຽວຈາກຈີນ, ອາຊີຕາເວັນອອກສຽງໃຕ້ ແລະ ຈາກທົ່ວໂລກມາທ່ອງທ່ຽວ, ພັກຜ່ອນ ແລະ ລົງທຶນ
ຢູ່ເມືອງວັງວຽງ, ເປັນໂຄງການຮ່ວມມືພາຍໃຕ້ຂອບ " ໜຶ່ງແລວ ໜຶ່ງເສັ້ນທາງ " ທີ່ການນໍາຂັ້ນສູງຂອງສອງປະເທດລາວ-ຈີນ ໄດ້ຮ່ວມກັນອອກ
ແຮງຊຸກຍູ້ ເພື່ອພັດທະນາແລວທາງເສດຖະກິດລາວ-ຈີນ ທີ່ເປັນທາງຜ່ານສໍາຄັນຂອງເສັ້ນທາງລົດໄຟລາວ-ຈີນ ແລະ ທາງດ່ວນວຽງຈັນ-ບໍ່
ເຕ່ນ ໂດຍສະເພາະຂະແໜງການທ່ອງທ່ຽວຂອງສອງປະເທດ ເຊິ່ງມີຜົນດີໃຫ້ແກ່ການການພັດທະນາເສດຖະກິດຂອງ ສປປ ລາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ