ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮຊິ່ງ​ຕາວ​ມີ​ຄວາມ​ໝາຍ​ຄັ້ງ​ປະ​ຫວັດ​ສາດ
2018-06-10 10:02:32  cri 
ວັນ​ທີ 10 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ແຫ່ງ ສ​ປ ຈີນ​ຢືນ​ຢັນ​ວ່າ: ກອງ​ປະ​ຊຸມ​ສຸດຍອດ​​ຊິ່ງ​ຕາວ​ເປັນ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ​ຂອ​ງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ພາຍຫຼັງ​ທີ່​ຂະ​ຫຍາຍ​ຕົວ ​ໂດຍ​ຜູ້​ນຳ​ປະ​ເທດ​ສະ​ມາ​ຊິກທັງ​ໝົດ 8 ປະ​ເທດ​ເຂົ້າ​ຮ່ວມ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຄັ້ງ​ປະ​ຫວັດ​ສາດ. ໄປ​ຄຽງ​ຄູ່​ກັບ​ກຳ​ລັງ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ເຕີບ​ໂຕ​ຂຶ້ນ​ຕື່ມ, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ແລະ​ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ສົນ​ໃຈ​ແລະ​ຄວາມ​ຄອງ​ຄອຍ​ນັບ​ມື້ຫຼາຍ​ຂຶ້ນ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ນັບ​ມື້​ນັບຫຼາຍ​ຂຶ້ນ​ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ,ສະ​ຖ​ຽນ​ລະ​ພາບ​ແລະ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຖື​ກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ໂອ​ກາດ​ທີ່​ດີ​, ຖອດ​ຖອນ​ບົດ​ຮຽນ​ການ​ພັດ​ທະ​ນາ, ວິ​ເຄາະ​ສະ​ຖາ​ນະ​ການ​ໃນ​ສາ​ກົນ​ແລະ​ພາກ​ພື້ນ, ​ສ້າງ​ແຜນ​ການ​ຮ່ວມ​ມື​ໃນ​ອາ​ນາ​ຄົດ ແລະ​ຊຸກ​ຍູ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່​ຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ