ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ສ້າງ​ຮູບ​ແບບ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ພາກ​ພື້ນ
2018-06-10 12:12:58  cri 

ວັນ​ທີ 10 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ແຫ່ງ ສ​ປ ຈີນ​ຢືນ​ຢັນ​ວ່າ: ​ນັບ​ແຕ່ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວ​ລາ 17 ປີ​ມາ​ນີ້ ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ​ສຳ​ຄັນຢ່າງ​ໃຫຍ່ຫຼວງ. ບັນ​ດາ​ປະ​ເທ​ດ​ສ​ະ​ມາ​ຊິກ​ໄດ້​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ກົດ​ບັດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ,ສົນ​ທິ​ສັນ​ຍາ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ໄລ​ຍະ​ຍາວ​ລະ​ຫວ່າງ​ປະ​ເທ​ດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ໂດຍ​ໄດ້​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ສ້າງ​ສັນ​ແບບ​ບໍ່​ຮ່ວມ​ກຸ່ມ,ບໍ່​ເປັນ​ປໍ​ລະ​ປັກ​​ກັນແລະ​ບໍ່​ແນ​ໃສ່​ຝ່າຍ​ທີ 3. ທ່ານ​ສີ​ຈິ້ນ​ຜິງ​ຍ້ອງ​ຍໍ​ວ່າ​ນີ້​ເປັນ​ການ​ປະ​ດິດ​ສ້າງ​ສຳ​ຄັນ​ຍິ່ງ​ໃນ​ດ້ານ​ທິດ​ສະ​ດີ​ແລະ​ພຶດ​ຕິ​ກຳ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ ເຊິ່ງ​ໄດ້​ສ້າງ​ຮູບ​ແບບ​ໃໝ່​ຂອງ​ການ​ຮ່ວມ​ມື​ພາກ​ພື້ນ​ແລະ​ປະ​ກອບ​ສ່ວນ​ໃໝ່​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.


ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ປັດ​ຈຸ​ບັນ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ເປັນ​ອົງ​ການ​ຮ່ວມ​ມື​ ລະ​ດັບ​ພາກ​ພື້ນ​ແບບກວມ​ລວມ​ທີ່​ກວມ​ເນື້ອ​ທີ່ກວ້າງ​ຂວາງ​ທີ່​ສຸດ​ແລະ​ມີ​ປະ​ຊາ​ກອນຫຼາຍ​ທີ່​ສຸດ​ໃນ​ໂລກ, ເສດ​ຖະ​ກິດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ໄດ້​ກວມ​ 20% ຂອງ​ໂລກ​ແລະ​ປະ​ຊາ​ກອນກວມ 40% ຂອງ​ໂລກ. ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ມີ​ປະ​ເທດສັງ​ເກດ​ການ 4 ປະ​ເທດ, ຄູ່​ເຈ​ລະ​ຈາ 6 ປະ​ເທດ ແລະ​ໄດ້​ສ້າງ​ສາຍ​ພົວ​ພັນ​ຮ່ວມ​ມື​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແລະ​ພາກ​ພື້ນ​ອື່ນໆຢ່າງກວ້າງ​ຂວາງ, ມີ​ບົດ​ບາດ​ແລະ​ຊື່​ສຽງ​ອິດ​ທິ​ພົນ​ໃນ​ສາ​ກົນ​ນັບ​ມື້​ນັບ​ສູງ​ຂຶ້ນ, ຈົນ​ໄດ້​ກາຍ​ເປັນ​ກຳ​ລັງ​ສຳ​ຄັນ​ທີ່​ເບິ່ງ​ຂ້າມ​ບໍ່​ໄດ້​ໃນ​ການ​ສົ່ງ​ເສີມ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ,ການ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ​ແລະ​ຄວາ​ມ​ເປັນ​ທຳ​ໃນ​ສາ​ກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ