ທ່ານ​ສີ​ຈິ້​ນ​ຜິງເປັນ​ປະ​ທານໄຂ​ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊິ່ງ​ຕາວ
2018-06-10 09:29:35  cri 

ຕາມ​ຂ່າວ CRI: ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ຂອງກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ຄັ້ງ​ທີ 18 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊິ່ງ​ຕາວ​ແຂວງ​ຊານ​ຕົງ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ມິ​ຖຸ​ນານີ້, ທ່ານ​ສີ​ຈິ້ນ​ຜິງ ເປັນ​ປະ​ທານ​ກອງ​ປະ​ຊຸມ, ຜູ້​ນຳ​ຂອງ​ຣັດ​ເຊຍ, ກາ​ຊັກ​ສະ​ຖານ, ກຽດ​ກີ​ຊິ​ສະ​ຖານ, ຕາ​ຊິ​ກີ​ສະ​ຖານ, ອຸ​ສ​ເປ​ກີ​ສະ​ຖານ, ອິນ​ເດຍ ແລະ​ປາ​ກີ​ສະ​ຖານ​ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ອີງ​ຕາມ​ການ​ຈັດ​ວາງ, ຜູ້​ນຳ​ຂອງ 8 ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ຈັດ​ການ​ພົບ​ປະ​ເຈ​ລະ​ຈາ​ໃນ​ວົງ​ແຄບ, ຫຼັງ​ຈາກ​ນັ້ນ​ຈະ​ຈັດ​ກອງ​ປະ​ຊຸມ​ວົງ​ກວ້າງ​ກັບ​ຜູ້​ນຳ​ບັນ​ດາ​ປະ​ເທດ​ສັງ​ເກດ​ການ​ແລະ​ຜູ້​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆ.

ກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ແມ່ນກອງ​ປະ​ຊຸມ​ຍຸດຍອດ​ຄັ້ງ​ທຳ​ອິດ​ທີ່​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຈັດ​ຂຶ້ນ​ພາຍ​ຫຼັງ​ໄດ້​ຮັບ​ເອົາ​ສະ​ມາ​ຊິກ​ໃໝ່ ເຊິ່ງ​ຝ່າຍ​ຕ່າງໆ​ຈະ​ລົງ​ເລິກ​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ປັດ​ຈຸ​ບັນ, ອະ​ນາ​ຄົດ​ຂອງ​ອົງ​ກາ​ນ​ຮ່ວມ​ມື​ຊຽງ​ໄຮ້, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ພາຍ​ໃຕ້​ສະ​ຖາ​ນູ​ການ​ໃໝ່, ກໍ່​ຄື​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສຳ​ຄັນ​ຕ່າງໆ. ຜູ້​ນຳ​ບັນ​ດາ​ປະ​ເທດ​ຍັງ​ຈະ​ເຊັນ​ແລະ​ປະ​ກາດ​ຖະ​ແຫຼງ​ການ​ຊິ່ງ​ຕາວ, ອະ​ນຸ​ມັດ​ເອ​ກະ​ສານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ​,ວັດ​ທະ​ນະ​ທຳ​ແລະ​ບຸກ​ຄະ​ລາ​ກອນ 10 ກວ່າ​ສະ​ບັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ