ທ່ານ​ສີຈິ້ນ​ຜິງ​ວາງ 5 ຂໍ້​ສະ​ເໜີ​ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້
2018-06-10 12:09:45  cri 
ໃນ​ກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໃນ​ວັນ​ທີ 10 ມິ​ຖຸ​ນາ 2018 ນີ້ ທ່ານ​ສີຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ ຈີນ​ໄດ້​ກ່າວ​ຕໍ່​ບັນ​ດາ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ວ່າ, ຄວນ​ສ້າງ​ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ອົງ​ການ​ຮ່ວມມ​ຊຽງ​ໄຮ້, ເພື່ອ​ຊຸກ​ຍູ້​ການ​ສ້າງ​ເປັນ​ກາ​ນ​ພົວ​ພັນ​ສາ​ກົນ​ແບບ​ໃໝ່. ໂດຍ​ທ່ານ​ໄດ້​ວາງ 5 ຂໍ້​ສະ​ເໜີ​ອອກ​ຄື​ດັ່ງ​ນີ້: ຂໍ້​ທີ 1 ຕ້ອງ​ເຕົ້າ​ໂຮມ​ກຳ​ລັງ​ທີ່​ແຂງ​ແຮງ​ແຫ່ງ​ຄວາມ​ສາ​ມັກ​ຄີ​ແລະ​ໄວ້​ເນື້​ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ຜັນ​ຂະ​ຫຍາຍເນື້ອ​ໃນ​ຈິດ​ໃຈ​ຂອງ​ເອ​ກະ​ສານ​ຕ່າງໆຢ່າງ​ຮອບ​ດ້ານ​ເຊັ່ນ: ​ຖະ​ແຫຼງ​ການ​ຊິ່ງ​ດາວ​, ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ສັນ​ຍາ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​​ຄຽງ​ເປັນ​ໄລ​ຍະ​ຍາວ​ນານ ແລະ​ເອ​ກະ​ສານ​ອື່ນໆ, ເພີ່ມ​ທະ​ວີ​ກຳ​ລັງເຕົ້າ​ໂຮມ​ແລະ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໂດຍ​ຜ່ານ​ການ​ຄິດ​ຕາງ​ໝູ່,ສະ​ແຫວງ​ຫາ​ອັນ​ທີ່​ຄື​ກັນ​ແລະ​ສະ​ຫງວດ​ສິ່ງ​ທີ່​ຕ່າງ​ກັນ; ຂໍ້​ທີ 2 ແມ່ນ​ຕັ້ງໜ້າຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວມ​ມື​ແຕ່​ປີ 2019-2020 ເພື່ອໂຈມ​ຕີອິດ​ທິ​ກຳ​ລັງ​ຮຸນ​ແຮງ​ຊົນ​ຊາດ, ອິດ​ທິ​ກຳ​ລັງ​ຮຸນ​ແຮງ​ແບ່ງ​ແຍ​ກ​ຊາດ​ແລະ​ອິດ​ທິ​ກຳ​ລັງ​​ກໍ່​ການ​ຮ້າຍ​ສາ​ກົນ,​ເພີ່ມ​ທະ​ວີ​ການຮ່ວມ​ມື​ໃນ​ດ້ານ​ການ​ປ້ອງ​ກັນ, ການ​ປະ​ຕິ​ບັດ​ກົດ​ໝາຍແລະ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ, ສ້າງ​ພື້ນ​ຖານ​ຮ່ວມ​ທີ່​ມີ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ; ຂໍ້​ທີ 3 ແມ່ນ​ຕ້ອງ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ດ້ານ​ຍຸດ​ທະ​ສາດ​ການ​ພັດ​ທ​ະນາ, ສ້າງ​ເປັນກຳ​ລັງ​ອັນ​ແຂງ​ແກ່ນ​ເພື່ອ​ພັດ​ທະ​ນາຮ່ວມ​ກັນ​ຢ່າງ​ຈະ​ເລີນ​ຮຸ່ງ​ເຮືອງ; ຂໍ້​ທີ 4 ຮັດ​ແໜ້ນ​ສາຍ​ພົວ​ພັນ​ຮ່ວມ​ແຫ່ງ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ບຸກ​ຄະ​ລາ​ກອນ​ແລະ​ວັດ​ທະ​ນະ​ທຳ; ຂໍ້​ທີ 5 ແມ່ນ​ຮ່ວມ​ກັນ​ສ້າງ​ເປັນ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ສາ​ກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ