ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽວ​ໄຮຈັດ​ການ​ເຈ​ລະ​ຈາ​ວົງ​ກ້​ວາງ
2018-06-10 11:57:31  cri 
ຕອນ​ເຊົ້າ​ວັນ​ທີ 10 ມິ​ຖຸ​ນາ​ນີ້, ຫຼັງ​ຈາກ​ການ​ເຈ​ລະ​ຈາ​ວົງ​ແຄ​ບແລ້ວ, ກອງ​ປະ​ຊຸມ​ຄັ້ງ​ທີ 18 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮໄດ້​ຈັດ​ການ​ເຈ​ລະ​ຈາ​ວົງ​ກ້​ວາງ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ເປັນ​ປະ​ທານ ແລະ ກ່າວ​ປາ​ໄສ​ສຳ​ຄັນ.
ນີ້​ແມ່ນກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄ​ຮ​ພາຍຫຼັງ​ໄດ້​ເພີ່ມ​ຈຳ​ນວນ​ປະ​ເທດ​ສະ​ມາ​ຊິກ ເຊິ່ງ 4 ປະ​ເທດ​ສັງ​ເກດ​ການ ຄືອັ​ຟ​ກາ​ນີ​ສະ​ຖານ, ເບ​ລາ​ຣູ​ຊີ, ອີ​ລານ ແລະມົງ​ໂກ​ລີ ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ອົງ​ການ​ສາ​ກົນ​ອື່ນໆໄດ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ