ຣັດເຊຍບໍ່ເຄີຍຮ້ອງຂໍກັບຄືນກຸ່ມ 8 ປະເທດຈັກເທື່ອ
2018-06-10 14:56:09  cri 

ວັນທີ 9 ມິຖຸນານີ້, ທ່ານເຊີເກ ລາວຼົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວໃນລາຍການຖ່າຍທອດສົດສະຖານີໂທລະພາບຊ່ອງ 1 ຂອງຣັດເຊຍວ່າ: ຣັດເຊຍບໍ່ເຄີຍຮ້ອງຂໍກັບຄືນກຸ່ມ 8 ປະເທດຈັກເທື່ອ.

ທ່ານລາວຼົຟກ່າວຕື່ມວ່າ: ເມື່ອຄູ່ຮ່ວມຕາເວັນຕົກຂອງພວກເຮົາຕົກລົງກັນບໍ່ເຂົ້າຮ່ວມກຸ່ມ 8 ປະເທດ ແລະຫັນເປັນກຸ່ມ 7 ປະເທດແລ້ວ, ພວກເຮົາກໍຮັບຮອງການຕົກລົງຂອງເຂົາເຈົ້າ. ຈາກນີ້, ຣັດເຊຍໄດ້ດຳເນີນວຽກງານເປັນຢ່າງດີໃນອົງການຮ່ວມມືຊຽງໄຮ, ກຸ່ມປະເທດບຣິກສ ໂດຍສະເພາະຢູ່ໃນກຸ່ມ20ປະເທດ.

ກຸ່ມ 7 ປະເທດຕາເວັນຕົກໄດ້ກາຍເປັນກຸ່ມ 8 ປະເທດຫຼັງຣັດເຊຍເຂົ້າຮ່ວມໃນປີ 1997. ຫຼັງຈາກອູແກຼນເກີດວິກິດການໃນປີ 2014, ສະມາຊິກກຸ່ມ 7 ປະເທດເດີ່ມໄດ້ປະຕິເສດຈັດກອງປະຊຸມດ້ວຍຮູບການກຸ່ມ 8 ປະເທດ, ແລະຈັດກອງປະຊຸມສຸດຍອດກຸ່ມ 7 ປະເທດຄືນໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ