ຟິລິບປິນຫວັງວ່າ "ສະໄໝຄຳ" ຟິລິບປິນ-ຈີນສືບຕໍ່ໄປຕາມນານເທົ່ານານ
2018-06-10 15:01:55  cri 

ຕອນຄ່ຳວັນທີ 9 ມິຖຸນານີ້, ງານລາຕີສິນລະປະເພື່ອສະເຫຼີມສະຫຼອງວັນສ້າງສາຍພົວພັນທາງການທູດລະຫວ່າງຟິລິບປິນກັບຈີນຄົບຮອບ 43 ປີ ແລະ ວັນມິດຕະພາບຟິລິບປິນ-ຈີນໄດ້ຈັດຂຶ້ນຢູ່ຫໍປະຊຸມສາກົນຟິລິບປິນ ໂດຍທ່ານ ອາລັນ ເປເຕີ ກາເຢຕາໂນ ລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນ, ທ່ານຈ້າວຈ້ຽນຮົວ ເອກອັກຄະລັດຖະທູດຈີນປະຈຳຟິລິບປິນ, ທ່ານເປເຕີ ຊອຍ ປະທານສະມາຄົມຊາວຈີນຢູ່ຟິລິບປິນພ້ອມດ້ວຍບຸກຄົນໃນວົງການຕ່າງໆຂອງຟິລິບປິນປະມານ 2000 ຄົນເຂົ້າຮ່ວມ.

ທ່ານກາເຢຕາໂນ ລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນກ່າວວ່າ, ລັດຖະບານຊຸດປັດຈຸບັນແລະປະຊາຊົນຟິລິບປິນຍິນດີເປັນເພື່ອນບ້ານທີ່ດີກັບຈີນແລະປະເທດອ້ອມຂ້າງຕ່າງໆ, ຫວັງວ່າຈະຮ່ວມມືກັບຈີນ ເພີ່ມທະວີການຮ່ວມມືທີ່ແທ້ຈິງໃນຂົງເຂດຕ່າງໆ ເຊັ່ນການກໍ່ສ້າງພື້ນຖານໂຄງລ່າງ, ເສດຖະກິດທາງອິນເຕີເນັດ ແລະອື່ນໆ, ຊຸກຍູ້ການໄປມາຫາສູກັນລະຫວ່າງປະຊາຊົນສອງຊາດ ເພື່ອເຮັດໃຫ້ປະຊາຊົນຟິລິບປິນຮັບຮູ້ວ່າ ການຮ່ວມມືກັບຈີນຈະເຮັດໃຫ້ຝ່າຍຕ່າງໆໄດ້ຮັບຜົນປະໂຫຍດຮ່ວມກັນ. ທ່ານຫວັງວ່າ ການຮ່ວມມືດັ່ງກ່າວຈະປັບປຸງແລະໃຫ້ສາຍພົວພັນລະຫວ່າງຟິລິບປິນກັບຈີນຂະຫຍາຍຕົວໃນໄລຍະຍາວ ແລະເຮັດໃຫ້ກະແສການຮ່ວມມືຢ່າງມີໄມຕີຈິດມິດຕະພາບລະຫວ່າງສອງປະເທດບໍ່ມີການປ່ຽນແປງຍ້ອນບຸກຄົນໃດໜຶ່ງ, ເຫດການໃດໜຶ່ງຫຼືລັດຖະບານຊຸດໃດໜຶ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ