ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ: ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຄວນ​ສືບ​ຕໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕົວ​ຈິງ
2018-06-11 17:14:33  cri 
ຕາມ​ຂ່າວ CRI: ວັນ​ທີ 10 ມິ​ຖຸ​ນາ​ນີ້ໃນ​ໂອ​ກາດ​ພົບ​ປະ​ກັບ​ທ່ານ​ຮາ​ຊັນ ຣູຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ຢູ່​ນະ​ຄອນ​ຊິ່ງ​ຕາວ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ, ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິ​ວ​ເຄຼຍ​ອີ​ຣານ​ແມ່ນ​ໝາກ​ຜົນ​ສຳ​ຄັນ​ຂອງ​ລັດ​ທິ​ຫຼາຍ​ຝ່າຍ, ມີ​ຜົນ​ດີ​ຕໍ່​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ​ແລະ​ລະ​ບົບ​ບໍ່​ແຜ່​​ຜາຍ​ອາ​ວຸດ​ນິວ​ເຄຼຍ​ສາ​ກົນ, ຄວນ​ສືບ​ຕໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕົວ​ຈິງ.

ທ່ານ​ສີ​ຈິ້ນ​ຜີງ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ຣູ​ຮາ​ນີ​ຢ້ຽມ​ຢາມ​ປະ​ເທດ​ຈີນ​ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ. ທ່ານ​ກ່າວ​ຕື່ມ​ວ່າ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອີ​ຣານ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ທີ່​ຂະ​ຫຍາຍ​ຕົວ​ເຂົ້າສູ່​ລວງ​ເລິກ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ອີຣານ, ຮ່ວມ​ກັນ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຍາວ​ນານ​ແລະ​ໝັ້ນ​ທ່ຽງ. ສອງ​ຝ່າຍ​ຄວນ​ຖື​ການ​ລົງ​ເລິກ​ສາຍ​ພົວ​ພັນ​ການ​ເມືອງ​ເປັນ​​ສິ່ງ​ນຳ​ໜ້າ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸ​ທະ​ສາດ​ຢ່າງ​ບໍ່​ຢຸດ​ຢັ້ງ, ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ໃນ​ທຸກ​ຂັ້ນ, ສືບ​ຕໍ່​ເຂົ້າ​ໃຈ​ກັນ​ແລະ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ທີ່​​ພົວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ໃຈ​ກາງ​ຂອງ​ສອງ​ຝ່າຍ. ຄວນ​ຖື​​ການຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ເປັນ​ວຽກ​ງານ​ຕົ້ນ​ຕໍ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ຕິດ​ແທ້​ຕົວ​ຈິງ, ຖື​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ເປັນ​ຈຸດ​ສຸມ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ຄວາມ​ໝັ້ນ​ຄົງ, ລົງ​ເລິກ​ກ​ານ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ເພື່ອ​ເພີ່ມ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ແລະ​ອີ​ຣານ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ຕື່ມ​ວ່າ, ຈີນ​ເວ​ລາ​ໃດ​ກໍ​ມີ​ຈຸດ​ຢືນ​​ໃນ​ການແກ້​ໄຂ​ຄວາມ​ຂັດ​ແຍ້ງສາ​ກົນ​ແລະ​ບັນ​ຫາ​ຈຸດ​ສຸມ​ດ້ວຍ​ສັນ​ຕິ​ວິ​ທີ​ຕະ​ຫຼອດ​ມາ, ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ອີ​ຣານ​ພາຍ​ໃຕ້​ຂອ​ບ​ຫຼາຍ​ຝ່າຍ, ຊຸກ​ຍູ້​ການ​ສ້າງ​​ສາຍພົວ​ພັນ​ສາ​ກົນ​ແບບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ